loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງຜົ້ງສາລີ ຈັດກອງປະຊຸມ ທາມທາມປະກອບຄໍາເຫັນໃສ່ກົດໝາຍ ຈໍານວນ 11 ສະບັບ

ມ.ສ. 28, 2023 | ເຂດ 2 ຜົ້ງສາລີ

ເພື່ອປະຕິບັດຕາມແຜນການຂອງສະພາແຫ່ງຊາດວ່າດ້ວຍການສ້າງແລະປັບປຸງກົດໝາຍມີຄວາມຖືກຕ້ອງສອດຄ່ອງກັບລັດຖະທຳມະນູນ ແລະກົດໝາຍ ເທື່ອລະກ່າວ,ທັງຮັບປະກັນເຮັດໃຫ້້ເນື້ອໃນຂອງຮ່າງກົດໝາຍ ຈຳນວນ 11 ສະບັບມີຄວາມຄົບຖ້ວນ,ຮັດກຸ່ມ ແລະສາມາດຈັດຕັ້ງປະຕິບັດໄດ້ ແລະ ຮັບປະກັນເຖິງຜົນປະໂຫຍດລວມ.

ໃນວັນທີ 28 ເມສາ 2023 ທີ່ຫ້ອງປະຊຸມໃຫຍ່ຂອງສະພາປະຊາຊົນແຂວງຜົ້ງສາລີ ໄດ້ຈັດກອງປະຊຸມ ທາບທາມ ແລະ ປະກອບຄໍາຄິດຄໍາເຫັນ ໃສ່ຮ່າງກົດໝາຍ ຈໍານວນ 11 ສະບັບ ໂດຍການເປັນປະທານຂອງ ທ່ານ ທອງສີ ເສົາສຸລິພົມ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2, ປະທານສະພາປະຊາຊົນແຂວງ ຜົ້ງສາລີ, ມີບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2, ສະມາຊິກສະພາປະຊາຊົນແຂວງ, ບັນດາພາກສ່ວນກ່ຽວຂ້ອງຂັ້ນແຂວງ, ພາກສ່ວນກ່ຽວຂ້ອງຂອງສະພາປະຊາຊົນແຂວງ ແລະ ບັນດາລັດວິສາຫະກິດ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງທ່ານ ຄໍາດາ ໂສລະພົມ ປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ ຂຶ້ນຜ່ານບົດສະເໜີການສ້າງ ແລະ ປັບປຸງຮ່າງກົດໝາຍ ຈໍານວນ 11 ສະບັບ ໃນນີ້, ກົດໝາຍສ້າງໃໝ່ ຈໍານວນ 5 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍ ການຊົດເຊີຍຄ່າເສຍຫາຍຈາກລັດ, ຮ່າງກົດໝາຍວ່າດ້ວຍ ການປົກຄອງ, ຮ່າງກົດໝາຍວ່າດ້ວຍ ການຈັດຫາງານ, ຮ່າງກົດໝາຍວ່າດ້ວຍ ອາກອນທີ່ດີນ ແລະ ຮ່າງກົດໝາຍວ່າດ້ວຍ ວຽກງານສາທາລະນະສຸກ; ກົດໝາຍປັບປຸງ ຈໍານວນ 6 ສະບັບ ຄື: ກົດໝາຍວ່າດ້ວຍ ການພິມຈໍາໜ່າຍ, ກົດໝາຍວ່າດ້ວຍ ສັດນໍ້າ ແລະ ການປະມົງ, ກົດໝາຍວ່າດ້ວຍ ສັດປ່າ, ກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ກົດໝາຍວ່າດ້ວຍ ທະນາຄານທຸລະກິດ ແລະ ກົດໝາຍວ່າດ້ວຍ ສານທະຫານ

ຫຼັງຈາກປະທານກອງປະຊຸມ ເຈາະຈີ້ມແລ້ວ, ບັນດາພາກສ່ວນກ່ຽວຂ້ອງ ກໍ່ໄດ້ຂຶ້ນລາຍງານການຄົ້ນຄວ້າ ຕາມຄໍາຖາມເຈາະຈີ້ມ ແລະ ປະກອບຄໍາຄິດເຫັນໃສ່ຮ່າງກົດໝາຍ ດັ່ງກ່າວ ນອກຈາກນີ້ ບັນດາທ່ານສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ ກໍ່ໄດ້ມີຄໍາຄິດຄໍາເຫັນເພີ່ມຕື່ມ ແນໃສ່ເຮັດໃຫ້ເນື້ອໃນມີຄວາມຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງກັບສະພາບຕົວຈິງ ເພື່ອສັງລວມລາຍງານໃຫ້ສະພາແຫ່ງຊາດ ທີ່ຈະນໍາເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX.

ພາບ-ຂ່າວ: ນັກຂ່າວສະພາປະຊາຊົນແຂວງ