loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງຜົ້ງສາລີ ຈັດຕັ້ງການສອບເສັງຄັດເລືອກເອົາລັດຖະກອນໃໝ່ ປະຈໍາປີ 2023.

ມ.ສ. 27, 2023 | ເຂດ 2 ຜົ້ງສາລີ

ວັນທີ 27 ເມສາ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດຕັ້ງການສອບເສັງຄັດເລືອກເອົາລັດຖະກອນໃໝ່ ປະຈໍາປີ 2023 ໂດຍການເປັນປະທານຂອງທ່ານ ຫຸ່ມເພັງ ຈອມວິສານ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ; ມີຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ພະແນກພາຍໃນແຂວງ, ຄະນະຊີ້ນໍາການສອບເສັງ ແລະ ຄະນະວິຊາການຊ່ວຍວຽກການສອບເສັງພາຍໃນ ສະພາປະຊາຊົນແຂວງຜົ້ງສາລີ ແລະ ນັກສອບສອບເສັງເຂົ້າຮ່ວມ.

ໂດຍປະຕິບັດຕາມລະບຽບ, ຫຼັກການໃນການຈັດຕັ້ງການສອບເສັງຄັດເລືອກເອົາລັດຖະກອນໃໝ່ ປະຈໍາປີ 2023 ແລະ ກ່ອນດໍາເນີນການສອບເສັງ ທ່ານ ນາງ ພອນສະຫວັນ ສັກຕິຄຸນ ເລຂາທິການສະພາປະຊາຊົນແຂວງ ໄດ້ຂຶ້ນກ່າວຈຸດປະສົງ ແລະ ຜ່ານຂໍ້ຕົກລົງຄະນະປະຈໍາສະພາປະຊາຊົນແຂວງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາສອບເສັງ ແລະ ຄະນະວິຊາການຊ່ວຍວຽກການສອບເສັງ ລັດຖະກອນໃໝ່ ປະຈໍາປີ 2023; ທ່ານ ຄໍາມາ ສຸລິວົງ ຮອງເລຂາທິການສະພາປະຊາຊົນແຂວງ ຜູ້ຊີ້ນໍາວຽກງານຈັດຕັ້ງ-ກວດກາ ຂຶ້ນຜ່ານກົດລະບຽການສອບເສັງ; ຈາກນັ້ນ, ປະທານກອງປະຊຸມໄດ້ກ່າວເປີດພິທີສອບເສັງຢ່າງເປັນທາງການ ແລະ ດໍາເນີນການສອບເສັງ ຕາມລະບຽບການ.

ພາບ-ຂ່າວ: ນາງ ສຸກສົມພອນ ແກ້ວແສງພະຈັນ