loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງຜົ້ງສາລີ ເຂົ້າຮ່ວມກອງປະຊຸມທາບທາມ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍເຍົາວະຊົນລາວ

ມ.ສ. 7, 2023 | ເຂດ 2 ຜົ້ງສາລີ

ໃນວັນທີ 7 ເມສາ 2023 ບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 2, ສະມາຊິກສະພາປະຊາຊົນແຂວງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຈາກແຂວງຜົ້ງສາລີ ເຂົ້າຮ່ວມກອງປະຊຸມທາບທາມ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍເຍົາວະຊົນລາວ (ຮູບແບບອອນລາຍ) ທີ່ຫ້ອງປະຊຸມລະບົບທາງໄກ ຂອງສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ.