loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງຜົ້ງສາລີ ປະກາດ ພະນັກງານ-ລັດຖະກອນ ສະພາປະຊາຊົນແຂວງ ຮັບອຸດໜຸນບໍານານ.

ມ.ຖ. 7, 2022 | ເຂດ 2 ຜົ້ງສາລີ

 

ຕອນບ່າຍ, ວັນທີ 7 ມີນາ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ໄດ້ມີ ພິທິປະກາດ ພະນັກງານ-ລັດຖະກອນ ສະພາປະຊາຊົນແຂວງ ຮັບອຸດໜຸນບໍານານ ໂດຍການເປັນປະທານຂອງທານ ທອງສີ ເສົາສຸລິພົມ ປະທານຄະນະປະຈໍາສະພາປະຊາຊົນແຂວງ; ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຮອງປະທານຄະນະກໍານ ສພຂ, ຮອງເລຂາທິການ ສພຂ, ບັນດາທ່ານ ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນ ສພຂ ເຂົ້າຮ່ວມ.

ໃນພິທິໄດ້ຮັບຟັງ ທ່ານ ຄໍາຕຸ່ນ ວົງສາ ຮອງເລຂາທິການ ສພຂ (ຜູ້ຊີ້ນໍາວຽກງານຈັດຕັ້ງ-ພະນັກງານ) ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານຮັບອຸດໜຸນບໍານານ ສະບັບເລກທີ 92/ຈຂ.ຜລ, ລົງວັນທີ 31 ມັງກອນ 2022; ຈາກນັ້ນ ໄດ້ຈັດພິທີມອບຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານຮັບອຸດໜຸນບໍານານ ຂຶ້ນຢ່າງສົມກຽດ.

ໂອກາດດັ່ງກ່າວໄດ້ຮັບຟັງທ່ານ ທອງສີ ເສົາສຸລິພົມ ກໍໄດ້ໂອລົມຕໍ່ພິທິດັ່ງກ່າວ. ຊຶ່ງກ່ອນທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບກ່ຽວຂ້ອງທີ່ໄດ້ຫ້າງຫາກະກຽມດ້ານຕ່າງໆໃຫ້ແກ່ການຈັດພິທີໃນມື້ນີ້ໄດ້ດໍາເນີນຖືກຕ້ອງຕາມລະບຽບການທັງຮັບປະກັນເນື້ອໃນ ແລະ ທ່ານ ສີສຸພັນ ແສງຍອດ ອາດິດປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ອາດິດສະມາຊິກສະພາປະຊາຊົນແຂວງ ຊຸດທີ I ປະຈໍາເມືອງບຸນໃຕ້ ທີ່ສຸມທຸກຄວາມຮູ້ ຄວາມສາມາດ, ເຫື່ອແຮງ, ສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມພະຍາຍາມ ແລະ ມີຜົນສໍາເລັດໃນທຸກວຽກງານ. ຊຶ່ງທັງໝົດນັ້ນແມ່ນເປັນການປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຜົ້ງສາລີ ກໍຄື ສະພາປະຊາຊົນແຂວງຜົ້ງສາລີ. ພ້ອມກັນນັ້ນທ່ານຍັງໄດ້ເໜັ້ນບາງບັນຫາເປັນຕົ້ນ: “ເພີ່ມທະວີການກໍາແໜ້ນແນວທາງ, ນະໂຍບາຍ ຂອງພັກ-ລັດ, ມະຕິ, ຄໍາສັ່ງ, ນິຕິກຳຕ່າງໆຂອງຂັ້ນເທິງ ລວມທັງພາລະບົດບາດສິດໜ້າທີ່ຂອງສະພາປະຊາຊົນແຂວງ, ຄາດໝາຍສູ້ຊົນທີ່ຂັ້ນເທິງກໍ່ຄືຂັ້ນຂອງຕົນວາງອອກ; ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີໃນການຊີ້ນຳ-ນໍາພາວຽກງານສະພາປະຊາຊົນແຂວງ ຕາມບົດບາດ ເພື່ອໃຫ້ວຽກງານຂອງສະພາປະຊາຊົນແຂວງ ກໍ່ຄືຄາດໝາຍຕ່າງໆ ທີ່ທາງສະພາປະຊາຊົນແຂວງ ຮັບຮອງ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ໃຫ້ບັນລຸຕາມຄາດໝາຍເປັນກ້າວໆ; ເພິ່ມທະວີການກໍາແໜ້ນ ແລະ ຈັດຕັ້ງປະຕິ ບັດແບບແຜນວິທີເຮັດວຽກຂອງການນໍາແຕ່ລະຂັ້ນຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຂຶ້ນກັບການຈັດຕັ້ງ; ໃນເງື່ອນໄຂຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່, ການນໍາແຕ່ລະຂັ້ນຕ້ອງໄດ້ພະຍາຍາມປະຕິບັດຄວາມເປັນແບບຢ່າງໃຫ້ ດີ, ເປັນຕົ້ນແມ່ນການເປັນແບບຢ່າງໃນການປະຕິບັດໜ້າທີ່ການເມືອງ, ການວາງທັດສະນະມະຫາຊົນ, ຄຸນສົມບັດ, ສິນທໍາປະຕິວັດ, ການເຄື່ອນໄຫວພົວພັນສັງຄົມ, ການຝຶກຝົນຫຼໍ່ຫຼອມຕົນເອງ, ການສ້າງເສດຖະກິດຄອບຄົວ ແລະ ອື່ນໆ. ຕາມທິດນໍາທີ່ວ່າ: “ ການນໍາພາທີ່ດີ ແມ່ນການເປັນແບບຢ່າງທີ່ດີ ” ແລະ ໃນຕອນທ້າຍຂອງການໂອລົມທ່ານຍັງໄດ້ຮຽກຮ້ອງຕໍ່ ທ່ານ ສີສຸພັນ ແສງຍອດ ເຖິງວ່າຈະໄດ້ຮັບບໍານານແລ້ວ. ແຕ່ສະເໜີໃຫ້ທ່ານສືບຕໍ່ຕິດຕາມ, ຊຸກຍູ້ ແລະ ໃຫ້ຄວາມຊ່ວຍເຫຼືອຄະນະກຳມະການ ເສດຖະກິດ, ແຜນການ ແລະ ການເງິນ ເປັນຕົ້ນແມ່ນບົດຮຽນການຊີ້ນໍາ-ນໍາພາ ແລະ ບົດຮຽນທາງດ້ານວິຊາສະເພາະໃຫ້ແກ່ພະນັກງານຫຼັກແຫຼ່ງ, ພະນັກງານສືບທອດ. ຊຶ່ງສະພາປະຊາຊົນແຂວງກໍພ້ອມແລ້ວທີ່ຈະສືບຕໍ່ຕິດຕາມ, ຊຸກຍູ້ ແລະ ສ້າງເງື່ອນໄຂການປະຕິບັດໜ້າທີ່ຂອງສະພາປະຊາຊົນແຂວງ ຢ່າງສຸດຄວາມສາມາດເພື່ອເຮັດໃຫ້ບັນດາຄາດໝາຍສູ້ຊົນ ທີ່ສະພາປະຊາຊົນແຂວງ ໄດ້ຮັບຮອງນັ້ນ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ ຕາມນະໂຍບາຍທີ່ພັກ-ລັດວາງອອກ ແລະ ຕໍ່ກັບການນໍາຂອງສະພາປະຊາຊົນແຂວງ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການທຸກພາກສ່ວນ ສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ດ້ວຍຄວາມຮັບຜິດຊອບສູງ ຫຼິກເວັ້ນແນວຄິດເອື່ອຍອີງ, ສົມທຽບຊັ່ງຊາ, ເອົາລັດເອົາປຽບ. ຊຶ່ງເປັນເຫດໃຫ້ເສື່ອມເສຍບົດບາດການນໍາພາລວມຂອງຄະນະພັກ-ຄະນະນໍາ ແລະ ກ້າວໄປເຖິງພະນັກງານເສຍທາດຂາດຄຸນ ແລະ ອື່ນໆ. ເຊິ່ງໃນເງື່ອນໄຂໃໝ່ນີ້ຮຽກຮ້ອງໃຫ້ທຸກຄົນມີຄວາມບຸກບືນຕັ້ງໜ້າ, ສະແຫວງຫາຄວາມຮູ້ຄວາມສາມາດ ເພື່ອອຸທິດຕົນເຂົ້າໃນການພັດທະນາຕົນເອງ ແລະ ກົມກອງໃຫ້ມີຄວາມເຂັ້ມແຂງ”.

ພາບ-ຂ່າວ: ນາງ ສຸກສົມພອນ ແກ້ວແສງພະຈັນ.