
ໃນວັນທີ 9 ພຶດສະພາ 2022 ນີ້ ເວລາ 8:30 ນາທີ ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດ
ໝາຍຈໍານວນ4ສະບັບຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ.
ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ພົທສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນຳວຽກງານກໍາມາທິການບັນດາເຜົ່າ


ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຄະນະທີມງານທີ່ມາຈາກສະພາແຫ່ງຊາດ, ບັນດາພະແນກການອ້ອມຂ້າງແຂວງທີ່ກ່ຽວຂ້ອງ ແລະ ບັນດາອົງການຈັດຕັ້ງແນວລາວສ້າງຊາດ, ອົງການຊາວໜຸ່ມເຂົ້າຮ່ວມທັງໝົດ 35ຄົນ, ຍິງ 9 ຄົນ.




ກອງປະຊຸມຄັ້ງນີ້ແມ່ນໄດ້ຮັບຟັງລາຍງານສະພາບລວມຂອງວຽກງານສະພາປະຊາຊົນແຂວງແລະຮັບຟັງລາຍງານການປະເມີນການຈັດຕັ້ງປະຕິບັດກົດໝາຍຈໍານວນ 4 ສະບັບໃນໄລຍະຜ່ານມາຈາກ ບັນດາພະແນກການທີ່ກ່ຽວຂ້ອງຫຼັງຈາກນັ້ນ ບັນດາຄະນະປະຈໍາສະພາປະຊາຊົນແຂວງ, ບັນດາພະແນກການທີ່ກ່ຽວຂ້ອງ ແລະແຂກທີ່ຖືກເຊີນແມ່ນໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດລາຍງານຢ່າງກົງໄປກົງມາ.

ກອງປະຊຸມແມ່ນໃຊ້ເວລາ 1ວັນເຕັມແລະອັດລົງດ້ວຍຜົນສໍາເລັດ.
ພາບ ແລະ ຂ່າວ
ນາງ ຂັນຖະໜອມ ແກ້ວມະນີ