ໃນວັນທີ 16 ພຶດສະພາ 2025 ຢູ່ທີ່ສະພາປະຊາຊົນແຂວງຊຽງຂວາງ ໄດ້ຈັດຕັ້ງໂຄສະນາປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວຽງໄຊ ສີວິໄລ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາສະພາປະຊາຊົນແຂວງ, ປະທານ-ຮອງປະທານຄະນະກໍາມະການ, ຄະນະເລຂາທິການ, ຫົວ ໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານສະພາປະຊາຊົນແຂວງເຂົ້າຮ່ວມ.
ໃນພິທີບັນດາທ່ານຄະນະຮັບຜິດຊອບຈັດຕັ້ງໂຄສະນາປາຖະກະຖາໄດ້ຜັດປ່ຽນກັນເຜີຍແຜ່ເອກະສານ, ເນື້ອໃນເອກະສານທີ່ນໍາມາປາຖະກະຖາໃນຄັ້ງນີ້ມີ: ເອກະສານຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ (18 ພຶດສະພາ 1959-18 ພຶດສະພາ 2025 ຄົບຮອບ 66 ປີ), ເອກະສານວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາ ຂອງພັກ ແລະ ແນວລາວຮັກຊາດ (24 ພຶດສະພາ 1960-24 ພຶດສະພາ 2025 ຄົບຮອບ 65 ປີ), ວັນໄຊຊະນະຂອງສະຫະພາບໂຊຫວຽດເໜືອຟາດສິດເຢຍລະມັນໃນສົງຄາມໂລກຄັ້ງທີ 2 (9 ພຶດສະພາ 1945-9 ພຶດສະພາ 2025 ຄົບຮອບ 80 ປີ), ວັນເກີດປະທານໂຮ່ຈີ່ມິນ 19 ພຶດສະພາ 1890-19 ພຶດສະພາ 2025 ຄົບຮອບ 135 ປີ), ວັນເກີດທ່ານ ກາກມາກ (5 ພຶດສະພາ 1818-5 ພຶດສະພາ 2025 ຄົບຮອບ 207 ປີ), ວັນໄຊຊະນະບັ້ນຮົບດຽນບຽນຟູ (7 ພຶດສະພາ 1954-7 ພຶດສະພາ 2025 ຄົບຮອບ 71 ປີ), ວັນກໍາມະກອນສາກົນ (1 ພຶດສະພາ 1886-1 ພຶດສະພາ 2025 ຄົບຮອບ 139 ປີ). ເພື່ອເປັນການໂຄສະນາ-ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານຂອງສະພາປະຊາຊົນແຂວງ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບມູນເຊື້ອປະຫວັດສາດ, ມູນເຊື້ອພິລະອາດຫານຂອງກອງທັບ ຂອງບັນດາທ່ານຜູ້ນໍາ ແລະ ແນວລາວຮັກຊາດ ທີ່ສາມາດຜ່າວົງປິດລ້ອມສັດຕູຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນແຂວງຊຽງຂວາງ ອອກສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ, , ຮັບຮູ້ເຂົ້າໃຈເຖິງຄວາມປີຊາສາມາດ, ຄວາມສະຫຼຽວສະຫຼາດຂອງບັນດາທ່ານຜູ້ນໍາທີ່ສາມາດໂຕນຄຸກອອກຈາກໂພນເຄັງຢ່າງມະຫັດສະຈັນ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພ ແລະ ເປັນການປຸກລະດົມສ້າງຂະບວນການອານາໄມ ເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ໃຫ້ມີບັນຍາກາດຟົດຟື້ນ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.
ນອກຈາກນັ້ນໃນພິທີຍັງໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາ 3 ເດືອນ (1.2.3) ແລະ ທິດທາງແຜນການ 3 ເດືອນ (4.5.6) ປີ 2025 ຂອງໜ່ວຍກໍາມະບານ ສະພາປະຊາຊົນແຂວງຊຽງຂວາງ ຄະນະ ໜ່ວຍກຳມະບານ ສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກກຳມະບານ ໃຫ້ເຊື່ອໝັ້ນຕໍ່ການນຳພາຂອງພັກມີຄວາມສາມັກຄີພາຍໃນ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເອກະສານທີ່ສຳຄັນຂອງອົງການຈັດຕັ້ງຕ່າງໆ, ໄດ້ຮັບຄໍາຮ້ອງຂໍຄວາມເປັນທໍາ ແລະ ຄຳສະເໜີຂອງປະຊາຊົນ, ຕ້ອນຮັບພົນລະເມືອງ, ໃຫ້ຄຳປືກສາທາງດ້ານກົດໝາຍແກ່ປະຊາຊົນບັນດາເຜົ່າ, ເປັນເສນາທິການເກັບກຳຂໍ້ມູນດ້ານຕ່າງໆ ແລະ ໃນພິທີໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການປະດັບຫຼຽນກາກໍາມະບານລາວ ຈໍານວນ 14 ທ່ານ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແຕ່ປີ 2021-2024 ແລະ ໄດ້ມອບໃບຢັ້ງຢືນໃຫ້ກໍາມະບານຮາກຖານສະພາປະຊາຊົນແຂວງເປັນກໍາມະບານຮາກຖານ 5 ເປັນເຈົ້າ ທີ່ໄດ້ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2024.
ໃນຕອນທ້າຍ ທ່ານ ວຽງໄຊ ສີວິໄລ ໄດ້ມີຄໍາເຫັນຕໍ່ສະມາຊິກພັກ-ພະນັກງານ ໃຫ້ສືບຕໍ່ສຶກສາອົບຮົມດ້ານການເມືອງ-ແນວຄິດ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນຢ່າງຕັ້ງໜ້າ, ປັບປຸງແບບແຜນວິທີເຮັດວຽກຂອງຕົນໃຫ້ມີຄວາມກ້າວໜ້າກວ່າເກົ່າ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ຫາຄວາມຮູ້ຄວາມສາມາດເພື່ອພັດທະນາຕົນເອງ ແລະ ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີພາຍໃນໜ່ວຍໃຫ້ແໜ້ນແຟ້ນກວ່າເກົ່າ.
ສະພາປະຊາຊົນແຂວງຊຽງຂວາງ
ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ