ສະພາປະຊາຊົນແຂວງຄໍາມ່ວນ ປາຖະກະຖາ ວັນສຳຄັນຂອງຊາດ.

ສ.ຫ. 14, 2025

ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີປາຖະກາຖາ ເຜີຍແຜ່ມູນເຊື້ອວັນສຳຄັນປະຫວັດສາດຂອງຊາດ, ຂຶ້ນໃນຕອນເຊົ້າຂອງວັນທີ 14 ສິງຫາ 2025 ທີ່ສະພາປະຊາຊົນແຂວງຄໍາມ່ວນ ເປັນກຽດປາຖະກາຖາໂດຍທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ, ຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າຂະແໜງ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມຮັບຟັງ.

ທ່ານ ບົວພັນ ແສງຈັນ ໄດ້ຫວນຄືນປະຫວັດ ແລະ ຜົນງານທີ່ພົ້ນເດັ່ນຂອງທ່ານ ປະທານ ສຸພານຸວົງ ໂດຍຫຍໍ້ວ່າ: ທ່ານປະທານ ສຸພານຸວົງ ໄດ້ເຂົ້າສຶກສາຊັ້ນປະຖົມຢູ່ ຫຼວງພະບາງ, ຊັ້ນມັດທະຍົມຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ແລະ ສຶກສາຕໍ່ລະດັບປະລິນຍາຕີ ສາຂາວິສະວະກຳກໍ່ສ້າງ ແລະ ຂົວທາງ ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ, ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ຢ່າງພິລະອາດຫານ ຕ້ານຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່. ປະທານ ສຸພານຸວົງ ເປັນເຊື້ອເຈົ້າ ເປັນເຊື້ອກະສັດ ເປັນຜູ້ນຳທີ່ມີ ຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ ຍາມໃດກໍໄດ້ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ນັບຖື ໝູ່ຄະນະ, ເອື້ອເຟື້ອຮັກແພງ ມິດສະຫາຍຢ່າງຈິງໃຈ, ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນ້ຳໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດ ເພື່ອປະຊາຊົນ, ເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ທ່ານໄດ້ອຸທິດໝົດຈິດໝົດໃຈ, ມີຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ; ໂອກາດດຽວກັນ ທ່ານ ກໍ່ໄດ້ຍົກໃຫ້ເຫັນເຖິງມູນເຊື້ອວັນຍຶດອໍານາດ ຄົບຮອບ 80 ປີ ( 23 ສິງຫາ 1945 – 23 ສິງຫາ 2025 ); ຈາກນັ້ນ, ທ່ານ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກ ໄດ້ເຜີຍແຜ່ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 34 ປີ ( 15 ສິງຫາ 1991 – 15 ສິງຫາ 2025 ), ລັດຖະທຳມະນູນຂອງ ສປປ ລາວ ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາເປັນ ສປປ ລາວ ພັກໄດ້ວາງແນວທາງ ແລະ ນຳພາປະຊາຊົນປະຕິບັດສອງຫນ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການແຫ່ງການປ່ຽນແປງໃໝ່ດັ່ງກ່າວຈິ່ງມີຄວາມຈຳເປັນຕ້ອງຫັນໄປສູ່ການຄຸ້ມຄອງລັດດ້ວຍລັດຖະທຳມະນູນ ແລະ ກົດໝາຍຢ່າງເປັນເອກະພາບ. ດ້ວຍເຫດນັ້ນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II (ປີ 1991) ຈິ່ງໄດ້ພິຈາລະນາຮັບຮອງເອົາລັດຖະທຳມະນູນສະບັບທຳອິດຂອງ ສປປ ລາວ ຊຶ່ງໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991. ແລະ ພ້ອມນັ້ນ, ທ່ານ ນາງ ສາທິດ ຈັນສີ  ຄະນະໜ່ວຍພັນ ປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ, ວັນສື່ມວນຊົນ ແລະ ພິມຈຳໜ່າຍ ແຫ່ງຊາດ ຄົບຮອບ 75ປີ ( 13 ສິງຫາ 1950 – 13 ສິງຫາ 2025 ).