ໃນຕອນເຊົ້າຂອງວັນທີ 28 ມິຖຸນາ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີມອບໃບຢັ້ງຢືນສຳເລັດການຝຶກງານໃຫ້ນັກສຶກສາ ວິທະຍາໄລເຕັກນິກ-ວິຊາຊີບແຂວງຄໍາມ່ວນ ເປັນກຽດເຂົ້າຮ່ວມ ແລະ ມອບ ໂດຍ ທ່ານ ເກີດມີ ແສງໄພວັນ ຮອງເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍ ຫົວໜ້າ-ຮອງຫົວໜ້າຂະແໜງ ເຂົ້າຮ່ວມ.
ໃນພິທີ ທ່ານ ຮອງເລຂາທິການ ສະພາຊາຊົນແຂວງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການຝຶກງານຂອງນັກສຶກສາທີ່ໄດ້ມີຄວາມພະຍາຍາມເອົາໃຈໃສ່ຕໍ່ການເຄື່ອນໄຫວໜ້າທີ່ຄວາມຮັບຜິດຊອບ ທີ່ໄດ້ມອບໝາຍ ແລະ ເປັນການທົດສອບຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ.

