ສະພາປະຊາຊົນແຂວງຄຳມ່ວນ ຮັບສະມາຊິກພັກສໍາຮອງຂຶ້ນສະມາຊິກພັກສົມບູນ

ສ.ຫ. 14, 2025

ວັນທີ 14 ສິງຫາ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີ ຮັບສະມາຊິກພັກສໍາຮອງເລື່ອນເປັນສະມາຊິກພັກສົມບູນ  ໂດຍການເປັນປະທານຂອງສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄໍາມ່ວນ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານ ຕາງໜ້າຄະນະຈັດຕັ້ງແຂວງ, ຕາງໜ້າຄະນະກວດກາພັກ-ລັດແຂວງ, ຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມ.

ໃນພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງຄໍາມ່ວນ ສະບັບເລກທີ 216, 217 ແລະ 218  ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ຈຳນວນ  3  ສະຫາຍ, ຍິງ  1 ສະຫາຍ. ໂອກາດດັ່ງກ່າວນີ້ ສະຫາຍ ຄຳສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄຳມ່ວນ ໄດ້ມອບມະຕິຕົກລົງຂອງຄະນະປະຈໍາພັກແຂວງ ໃຫ້ແກ່ບັນດາສະຫາຍ ຜູ້ທີ່ ໄດ້ຮັບການອະນຸມັດ ເລື່ອນຈາກສະມາຊິກພັກສຳຮອງ ຂຶ້ນເປັນສົມບູນ.

ຕອນທ້າຍຂອງພິທີ ສະຫາຍ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນເຂົ້າສະມາຊິກພັກສົມບູນ ກ່ອນອຶ່ນທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍສະມາຊິກພັກສົມບູນ ທີ່ໄດ້ບຸກບືນຝຶກຝົນຫຼໍ່ຫຼອມຕົນເອງ ໃນການປະຕິບັດໜ້າທີ່ການເມືອງຕາມຄວາມຮັບຜິດຊອບຕາມການມອບໝາຍ ແລະ ສ້າງຕົນເອງໄດ້ກ້າວເຂົ້າເປັນສະມາຊິກພັກສົມບູນ ຕາມລະບຽບພັກເປັນຢ່າງດີ ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍ ປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ, ເຊີດຊູຄວາມເປັນແບບຢ່າງໃນການປະຕິບັດວຽກງານ ກໍຄືການດໍາລົງຊີວິດທີ່ປອດໃສ, ສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເອົາໃຈໃສ່ຊອກຮູ້ຮໍ່າຮຽນນໍາບັນດາເອກະສານຕ່າງໆໃຫ້ຫຼາຍຂຶ້ນ ເພື່ອນໍາເອົາບົດຮຽນໃຫມ່ໆມາໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສໍາເລັດ.