ລະຫວ່າງວັນທີ 5-6 ພຶດສະພາ 2025 ສະພາປະຊາຊົນແຂວງຄຳມ່ວນ ເຄື່ອນໄຫວຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງເຈົ້າແຂວງ ຢູ່ເມືອງຫີນບູນ ແລະ ເມືອງຄູນຄຳ ເຊິ່ງນຳໂດຍ ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງ, ໂດຍການເຂົ້າຮ່ວມເຮັດວຽກຂອງທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງຫີນບູນ ແລະ ທ່ານ ວັນນະຫົງ ທຳມະວົງສາ ຮອງເຈົ້າເມືອງຄູນຄຳ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ແລະຕະຫຼອດຮອດແຂກຖືກເຊີນເຂົ້າຮ່ວມ.
ທີ່ເມືອງຫີນບູນ
ໃນການລົງເຄື່ອນໄຫວເຮັດວຽກຄະນະໄດ້ຮັບຟັງການລາຍງານ ຜົນການປະເມີນຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021; ຈາກຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຫີນບູນ ແລະ ເມືອງຄູນຄຳ, ຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄຳຖາມເຈາະຈີ້ມ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນໃສ່ບັນດາບົດລາຍງານດັ່ງກ່າວ; ພ້ອມນັ້ນ, ກອງປະຊຸມ ໄດ້ຮັບຟັງການຊີ້ແຈງຈາກພາກສ່ວນທີ່ກ່ຽວຂ້ອງຕື່ມອີກ.
ທີ່ເມືອງຄູນຄຳ
ໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາເມືອງຄັ້ງນີ້, ທ່ານ ບົວພັນ ແສງຈັນ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ກ່າວວ່າ: ກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຄັ້ງນີ້ ແມ່ນພ້ອມກັນຄົ້ນຄວ້າປະກອບຄຳເຫັນ ຕໍ່ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ, ເຊິ່ງເປັນຕິດຕາມກວດກາ, ການປະເມີນຜົນ ແລະ ຕີລາຄາໃນການຈັດຕັ້ງປະຕິບັດຕົວຈິງ ອາດຈະມີຫຼາຍໝວດ ແລະມາດຕາ ທີ່ຍັງບໍ່ທັນສອດຄ່ອງກັບສະພາບຄວາມເປັນຈິງ ແລະ ບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ຄືການຈັດຕັ້ງປະຕິບັດຕົວຈິງຍັງບໍ່ທັນເຂັ້ມງວດ, ຈຶ່ງໄດ້ດຳເນີນປະເມີນຊອກໃຫ້ເຫັນຂໍ້ສະດວກ, ຜົນສັກສິດ, ຄວາມສອດຄ່ອງຂອງນິຕິກຳໃຕ້ກົດໝາຍລວມທັງຂໍ້ຄົງຄ້າງທີ່ມີຄວາມຫຍຸ້ງຍາກ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ ເພື່ອກ້າວໄປເຖິງການຄົ້ນຄວ້າປັບປຸງໃຫ້ດີຂຶ້ນກວ່າເກົ່າ ແນໃສ່ເຮັດໃຫ້ການຄຸ້ມຄອງຕິດຕາມກວດກາການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານຂົງເສດຖະກິດ ໃຫ້ມີຄວາມສັກສິດເຂັ້ມງວດຫຼາຍຂຶ້ນ, ການຕິດຕາມກວດກາ, ການປະເມີນຜົນຂໍ້ຕົກລົງໃນຂົງເຂດວຽກງານຄັ້ງນີ້ ຈະໄດ້ລາຍງານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ແລະ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້. ນອກນັ້ນ, ຄະນະຍັງໄດ້ລົງເຄື່ອນໄຫວສອບຖາມ, ສຳພາດປະຊາຊົນ ແລະລົງກວດກາເບິ່ງບ່ອນເກັບມ້ຽນສິ່ງເສດເຫຼືອ.ງົບປະມານການເຄື່ອນໄຫວຄັ້ງນີ້ໄດ້ຮັບການສະໜັບສະໜູນໂດຍ: ໂຄງການຂອງມູນນິທິເວສມິນສະເຕີ (WFD Laos).
ໂດຍ: ເອື້ອ ມະໂນສິງ