ສະພາປະຊາຊົນແຂວງຄຳມ່ວນ ຍົກສູງຂີດຄວາມສາມາດ ໃຫ້ແກ່ພະນັກງານຂະແໜງການ.

ມ.ສ. 29, 2025 | ເຂດ 12 ຄຳມ່ວນ

ໃນວັນທີ 29 ເມສາ 2025 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານໄອທີ, ວຽກງານສື່ມວນຊົນ ແລະ ວຽກງານເລຂານຸການ, ພິທີການ ແລະ ມາລະຍາດສັງຄົມ ໂດຍການເປັນປະທານຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ທັງເປັນນັກວິທະຍາກອນ, ເຂົ້າຮ່ວມມີ ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ, ນັກວິທະຍາກອນ ແລະ ຕະຫຼອດຮອດພະນັກງານສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ.

 ທ່ານ ເທບພາພອນ ສຸພາໂກສົນ ຮອງຫົວໜ້າຂະແໜງຄົ້ນຄວ້າ-ສັງລວມ ແລະ ຂໍ້ມູນຂ່າວສານ, ນຳສະເໜີ ການນຳໃຊ້ລະບົບ ຂອງພາກລັດ

   ກອງປະຊຸມ ໄດ້ຮຽນຮູ້ກ່ຽວກັບການເຂົ້າເຖິງການນຳໃຊ້ລະບົບ G-Share, G-Drive ຂອງພາກລັດ, ການສ້າງຄິວອາໂຄດ QR Code; ວຽກງານສື່ມວນຊົນ; ວຽກງານເລຂານຸການ, ພິທີການ ແລະ ມາລະຍາດສັງຄົມ ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ແລກປ່ຽນປະກອບຄຳຄິດຄຳເຫັນ, ໄດ້ຈັດແບ່ງກຸ່ມເຮັດຝຶກຫັດຕົວຈິງ ໃນການນຳໃຊ້ເຂົ້າລະບົບ, ລົງທະບຽນສະໝັກເຂົ້ານຳໃຊ້ເຄື່ອຄ່າຍດັ່ງກ່າວ, ທົດລອງນຳໃຊ້ຕົວຈິງໃນການເຂົ້າລະບົບ ແລະ ການຂຽນບົດຂ່າວ, ເກັບກຳຮູບພາບ ເພື່ອເຂົ້າໃຈຢ່າງຈະແຈ້ງ ແລະ ສາມາດນຳໃຊ້ໄດ້ຢ່າງຄ່ອງຕົວພ້ອມທັງໄດ້ມີການກວດແກ້, ສົນທະນາຖາມ-ຕອບ ແລະ ແລກປ່ຽນຄໍາຄິດຄໍາເຫັນ ໃນຫົວຂໍ້ທີ່ມີຄວາມສົນໃຈ.

ທ່ານ ເອື້ອ ມະໂນສິງ ວິຊາການຂະແໜງຄົ້ນຄວ້າ-ສັງລວມ ແລະ ຂໍ້ມູນຂ່າວສານ, ນຳສະເໜີ ວຽກງານສື່ມວນຊົນ

   ທ່ານ ສະເຫຼີມສັກ ແກ້ວຈັນທະລາ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມວ່າ: ກອງປະຊຸມຝຶກອົບຮົມ ຄັ້ງນີ້, ແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ພັດທະນາທາງດ້ານວິຊາການ ໃຫ້ທ່ວງທັນກັບສະພາບໃນໄລຍະໃໝ່ ໃຫ້ພະນັກງານສະພາປະຊາຊົນແຂວງຄຳມ່ວນ ທັງເປັນການຍົກສູງຄຸນນະພາບຂອງວຽກງານຮອບດ້ານໃຫ້ແກ່ ສະພາປະຊາຊົນຂັ້ນແຂວງ ໃນການໂຄສະນາເຜີຍແຜ່ການເຄື່ອນໄຫວວຽກງານຂອງອົງການນິຕິບັນຍັດ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດ 3 ພາລະບົດບາດ ຂອງສະພາປະຊາຊົນຂັ້ນແຂວງ ໃຫ້ບັນດາອົງການຈັດຕັ້ງຂັ້ນແຂວງ ແລະ ຂັ້ນເມືອງ, ມວນຊົນຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ; ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃຫ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ມີຄວາມອົດທົນເສຍສະຫຼະ-ດຸໝັ່ນ, ບຸກບືນ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ມີສະຕິປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ມີມະນຸດສຳພັນດີໃນການປະສານງານ, ການປະຕິບັດວຽກງານຄ່ອງແຄ້ວ ນິ້ມນວນ ວ່ອງໄວ ຊັດເຈນ, ບໍ່ສວຍໃຊ້ໜ້າທີ່ຂອງການນໍາຫາຜົນປະໂຫຍດ, ເອົາໃຈໃສ່ຈັດຕັ້ງປະຕິບັດລະບອບແບບແຜນວິທີເຮັດວຽກ, ຍົກສູງຄຸນນະພາບໃນການປະສານງານ.

ໂດຍ: ເອື້ອ ມະໂນສິງ