ສະພາປະຊາຊົນຂັ້ນແຂວງຫລວງນ້ຳທາ ຕິດຕາມກວດກາຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ

ສ.ຫ. 5, 2024 | ເຂດ 3 ຫຼວງນ້ຳ​ທາ

   ປະຕິບັດຕາມກົດໝາຍສະພາປະຊາຊົນຂັ້ນແຂວງ ໃນການຕິດຕາມກວດກາ ໃນຕອນເຊົ້າວັນທີ 2 ສິງຫາ 2024 ສະພາປະຊາຊົນແຂວງຫລວງນໍ້າທາ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ຕາມມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດພິເສດບໍ່ເຕ່ນແດນງາມ ແລະ ໄດ້ເປີດກອງປະຊຸມຂື້ນທີ່ຫ້ອງປະຊຸມເຂດເສດຖະກິດບໍ່ເຕ່ນແດນງາມ ພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອີນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ເຂົ້າຮ່ວມມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການກ່ຽວຂ້ອງຂອງແຂວງ ແລະ ກຸ່ມບໍລິສັດພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມລາວຈຳກັດ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 30 ກວ່າຄົນ.

   ໃນກອງປະຊຸມໄດ້ຮັບຟັງຜູ້ຕາງໜ້າກຸ່ມບໍລິສັດພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມລາວຈໍາກັດ ລາຍງານສະພາບລວມ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແມ່ນໄດ້ຮັບການລົງທືນຈາກກຸ່ມບໍລິສັດຫຸ້ນສ່ວນຫາຍເຊີນ ແຂວງຢູໜານ ຈຳກັດ ໂຄງການນີ້ຕັ້ງຢູ່ແຂວງຫລວງນ້ຳທາ ໃກ້ກັບດ່ານບໍ່ຫານແຂວງຢູນໜານ ສປ ຈີນ, ເປັນພາກສ່ວນໜຶ່ງຂອງເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ ມີເນື້ອທີ່ສຳປະທານ 1.640 ເຮັກຕາ, ປັດຈຸບັນສໍາເລັດ 11 ກິດຈະກຳ ພວມ ສືບຕໍ່ກໍ່ສ້າງຕຶກອາຄານ ແລະ ພື້ນຖານໂຄງລ່າງຕ່າງໆ ແມ່ນສໍາເລັດໂດຍພື້ນຖານ ນອກນັ້ນ ໄດ້ຮັບຟັງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ການຈັດຕັ້ງປະຕິບັດທາງດ້ານເສດຖະກິດ, ຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ອື່ນໆ ໃນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາເຖິງປັດຈຸບັນ ແລະ ຍັງໄດ້ສະເໜີບັນຫາທີ່ພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານ ເພື່ອໃຫ້ສະພາປະຊາຊົນນຳສະເໜີຫາພາກສ່ວນທີ່ກ່ຽວຂ້ອງແກ້ໄຂ,  ວາລະດຽວກັນ ຜູ້ແທນເຂົ້າຮ່ວມກອງປະຊຸມຍັງໄດ້ແລກປ່ຽນປະກອບຄຳຄິດເຫັນຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ຊອກຫາວິທີແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງບໍລິສັດພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມລາວຈຳກັດ ໄດ້ຈັດຕັ້ງປະຕິບັດວຽກງານມີຄວາມສະດວກ, ສຳເລັດຕາມລະດັບຄາດໝາຍ.

ຕອນທ້າຍທ່ານ ຄຳຟອງ ອີນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ມີຄຳເຫັນຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບການຈັດຕັ້ງປະຕິບັດວຽກງານຂອງບໍລິສັດພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມລາວຈໍາກັດ ພ້ອມທັງຮຽກຮ້ອງໃຫ້ເອົາໃຈໃສ່ຕື່ມຕໍ່ການແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມເພື່ອບໍ່ໃຫ້ມີຜົນກະທົບໃນຕໍ່ໜ້າ ແລະ ໃນການລົງຕິດຕາມກວດກາ, ຊູກຍູ້ ຄັ້ງນີ້ຍັງຈະນຳເອົາຂໍ້ສະເໜີຕ່າງໆ ໄປສັງລວມລາຍງານໃນກອງປະຊຸມສະພາແຫ່ງຊາດ ແລະ ບັນດາກະຊວງທີ່ກ່ຽວຂ້ອງ, ບັນຫາໃດທີ່ຕິດພັນກັບພະແນກການຂອງແຂວງ ແມ່ນໃຫ້ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ຮີບຮ້ອນປະສານສົບທົບພາກສ່ວນທີ່ກ່ຽວຂ້ອງແກ້ໄຂ ແລ້ວລາຍງານໃຫ້ຄະນະປະຈຳສະພາປະຊາຊົນແຂວງ ທັງນີ້ກໍເພື່ອເຮັດໃຫ້ບໍລິສັດດັ່ງກ່າວ ໄດ້ຮັບການພັດທະນາສຳເລັດຕາມລະດັບຄາດໝາຍທີ່ວາງໄວ້

ພ້ອມດຽວກັນ ຍັງໄດ້ລົງກວດກາ ພື້ນທີ່ຕົວຈິງ 23ແຜນຜັງ ຕາມມະຕິກອງປະຊຸມສະພາປະຊາຊົນແຂວງ ຮັບຮອງ ແລະ 11 ກິດຈະກຳ ທີ່ໄດ້ຈັດຕັ້ງປະຕິບັດ ສຳເລດໂດຍພື້ນຖານ.

Arrow
START TYPING AND PRESS ENTER TO SEARCH