ສະຖຽນລະພາບເງິນຕາ ແລະ ການເຂົ້າເຖິງແຫຼ່ງທຶນ

ມ.ຖ. 18, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ຕອນບ່າຍວັນອັງຄານທີ 10 ມິຖຸນາຜ່ານມາ, ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການທະນາຄານແຫ່ງ ສປປລາວ (ທຫລ) ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍສະເພາະສະຖຽນລະພາບເງິນຕາ ແລະ ການເຂົ້າເຖິງແຫຼ່ງທຶນ.
1. ຕະຫຼາດແລກປ່ຽນເງິນຕາຕ່າງປະເທດ (ຕລຕ) ໄດ້ສ້າງຕັ້ງຂຶ້ນໃນເດືອນ 8/2024, ເບື້ອງຕົ້ນ ໄດ້ເປີດໃຫ້ບໍລິການ ວັນຈັນ-ສຸກ ເວລາ 9:00-14:00 ໂມງ ໃນວົງເງິນ 1,000 ໂດລາ/ມື້ ສຳລັບບຸກຄົນ ແລະ 50,000 ໂດລາ/ມື້ ສໍາລັບນິຕິບຸກຄົນ, ເປັນຕະຫຼາດທີ່ສ້າງຕັ້ງຂຶ້ນສອດຄ່ອງກັບກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງປີ 2022; ມາຮອດເດືອນ 3/2025, ທຫລ ໄດ້ຂະຫຍາຍຂອບເວລາເປັນ 9:00-15:00 ໂມງ ໃນວົງເງິນ 2,000 ໂດລາ/ມື້ ສໍາລັບບຸກຄົນ ແລະ 75,000 ໂດລາ/ມື້ ສໍາລັບນິຕິບຸກຄົນ ບໍ່ຈຳກັດວົງເງິນຕໍ່ເດືອນ; ໃນເດືອນ 5/2025 ປະລິມານຊື້-ຂາຍເພີ່ມຂຶ້ນຮອດ 718.57% ເມື່ອທຽບກັບເດືອນ 8/2024 ກວມອັດຕາສ່ວນ 6-10% ຂອງການຊື້-ຂາຍເງິນຕາຕ່າງປະເທດທັງໝົດໃນລະບົບເສດ ຖະກິດ ເຮັດໃຫ້ອັດຕາແລກປ່ຽນຈາກເດືອນ 7/2024 ທີ່ເງິນກີບທຽບໂດລາອ່ອນຄ່າ 22,161 ກີບ/ໂດລາ ມາເປັນ 21,522 ກີບ/ໂດລາ ແລະ ເງິນກີບທຽບບາດທີ່ອ່ອນຄ່າ 690 ກີບ/ບາດ ມາເປັນ 654.97 ກີບ/ບາດ ໃນເດືອນ 5/2025, ອັດຕາແລກປ່ຽນລະຫວ່າງອັດຕາທາງການ (ທທກ) ແລະ ອັດຕາບໍ່ເປັນທາງການ (ອັດຕາຕະຫຼາດມືດ) ຫຍັບເຂົ້າໃກ້ກັນ ຫຼື ບາງມື້ ອັດຕາ ທທກ ສູງກວ່າຕະຫຼາດນອກລະບົບ ເຊິ່ງໃນເດືອນພຶດສະພານີ້ ສ່ວນຕ່າງຫຍັບແຄບເຂົ້າເປັນ 0.29% ກີບ/ໂດລາ ຈາກ 17.28% ໃນເດືອນ 7/2024 ແລະ ກີບ/ບາດ ຫຍັບເຂົ້າໃກ້ກັນເປັນ 0.34% ຈາກ 4.70% ໃນເດືອນ 7/2024 ຫຼື ເວົ້າອີກຢ່າງໜຶ່ງ ອັດຕາແລກປ່ຽນເກືອບເປັນອັດຕາດຽວກັນທົ່ວລະບົບຕະຫຼາດເງິນຕາຕ່າງປະເທດ. ສຳລັບທິດທາງໃຫ້ບໍລິການຂອງ ຕລຕ ໃນຕໍ່ໜ້າ ຈະຄົ້ນຄວ້າການຂະຫຍາຍວັນເປີດບໍລິການ ຈາກ ວັນຈັນ-ສຸກ ມາເປັນ ວັນຈັນ-ອາທິດ ເຊິ່ງຈະອໍານວຍຄວາມສະດວກໃຫ້ແກ່ບໍລິການລູກຄ້າທີ່ຍັງມີຄວາມຈຳເປັນນໍາໃຊ້ເງິນຕາຕ່າງປະເທດ ແລະ ຫຼຸດຊ່ອງວ່າງການເຂົ້າຫາຕະຫຼາດນອກລະບົບໃຫ້ແຄບລົງ.
2. ເພື່ອຕີຖອຍບັນດາຂໍ້ຫຍຸ້ງຍາກໃນການເຂົ້າເຖິງສິນເຊື່ອຂອງຈຸນລະວິສາຫະກິດ, ທຫລ ຈະສືບຕໍ່ປະສານສົມທົບກັບຄະນະຮັບຜິດຊອບຂັ້ນແຂວງຢ່າງປົກກະຕິ ພ້ອມທັງຕິດຕາມ ແລະ ຊຸກຍູ້ໃຫ້ທະນາຄານທຸລະກິດ ເຜີຍແຜ່ຂໍ້ມູນ ແລະ ຊອກຫາລູກຄ້າທີ່ນອນໃນເປົ້າໝາຍ ຕາມຂໍ້ຕົກລົງເຂົ້າຮ່ວມໂຄງການນະໂຍບາຍສິນເຊື່ອດັ່ງກ່າວ, ເພີ່ມທະວີວຽກງານໂຄສະນາ-ປະຊາສໍາພັນ ລົງເຄື່ອນໄຫວເຜີຍແຜ່ຂໍ້ມູນຂ່າວສານໃຫ້ຜູ້ປະກອບການເຂົ້າໃຈຢ່າງເລິກເຊິ່ງ, ສືບຕໍ່ຂຶ້ນແຜນລົງເຄື່ອນໄຫວວຽກງານຂອງຄະນະຮັບຜິດຊອບສິນເຊື່ອ ເພື່ອຕິດຕາມສະພາບ ແລະ ຊຸກຍູ້ການນໍາໃຊ້ເງິນກູ້ຂອງຫົວໜ່ວຍທຸລະກິດທີ່ໄດ້ຮັບແຫຼ່ງທຶນໄປແລ້ວ (ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ)/ຫົວໜ່ວຍທຸລະກິດທີ່ໄດ້ຮັບການສົມທົບດອກເບ້ຍ (ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ) ໃຫ້ເກີດປະສິດທິຜົນໃນການຜະລິດສິນຄ້າ ແລະ ການບໍລິການ, ສືບຕໍ່ທົບທວນປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນໃນແຕ່ລະໄລຍະ ໃຫ້ໄດ້ຮັບຜົນດີ ລວມທັງການເກັບກູ້ໜີ້ສິນເງິນກູ້ຂອງນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແລະ ສືບຕໍ່ຄົ້ນຄວ້າຕາມການສະເໜີຂໍເຂົ້າຮ່ວມນະໂຍບາຍສິນເຊື່ອຂອງຫົວໜ່ວຍທຸລະກິດ ໂດຍຜ່ານການສະເໜີຂອງທະນາຄານທຸລະກິດໃນແຕ່ລະໄລຍະ ເພື່ອລາຍງານຄະນະຮັບຜິດຊອບພິຈາລະນາມີຄໍາເຫັນຮ່ວມກັນ.
3. ເພື່ອແກ້ໄຂບັນຫາການເຂົ້າເຖິງແຫຼ່ງທຶນຂອງ SME ມີຄວາມຫຍຸ້ງຍາກ, ທຫລ ໄດ້ແຕ່ງຕັ້ງຄະນະເພື່ອຄົ້ນຄວ້າຍຸດທະສາດນະໂຍບາຍສິນເຊື່ອຮອດປີ 2030 ໃນວັນທີ 20 ມັງກອນຜ່ານມາ (ຮອງຜູ້ວ່າການ ທຫລ ເປັນຫົວໜ້າ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ວິຊາການຂອງກົມກ່ຽວຂ້ອງຂອງ ທຫລ) ມີໜ້າທີ່ທົບທວນຕີລາຄາຄືນການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອໃນໄລຍະຜ່ານມາ, ກຳນົດທິດທາງນະໂຍບາຍໃນການແກ້ໄຂບັນຫາຕິດພັນກັບສິນເຊື່ອທັງໝົດໃນຕໍ່ໜ້າ ໄປຄຽງຄູ່ກັບກັບການຄົ້ນຄວ້າລະດັບສິນເຊື່ອ ແລະ ກຳນົດເປົ້າໝາຍສິນເຊື່ອໃຫ້ສອດຄ່ອງກັບສະພາບເສດຖະກິດໃນເເຕ່ລະໄລຍະ ພ້ອມທັງປັບປຸງສະພາບແວດລ້ອມ ແລະ ເຄື່ອງມືເພື່ອສະໜັບສະໜູນໃຫ້ແກ່ການເຂົ້າເຖິງສິນເຊື່ອຂອງ SME ແລະ ຮັບປະກັນລະດັບໜີ້ສິນທີ່ບໍ່ເກີດດອກອອກຜົນ ໃຫ້ຢູ່ໃນລະດັບທີ່ຮັບປະກັນ.