
ຕອນບ່າຍຂອງວັນສຸກ, ວັນທີ 22 ກໍລະກົດ 2022, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ທ່ານ ສົມຈິດ ດວງມີໄຊ ຫົວໜ້າສະຖາບັນການເງິນຈຸລະພາກ ທີ່ຮັບເງິນຟາກ ພັດທະນາອຸດົມໄຊ ພ້ອມດ້ວຍຄະນະ, ໄດ້ມອບເຄື່ອງກິລາໃຫ້ສະພາປະຊາຊົນແຂວງ, ຕາງໜ້າຮັບໂດຍແມ່ນທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ແອ ສ້ອຍສຸວັນ ຮັກສາການຫົວໜ້າທະນາຄານແຫ່ງ ສປປ ລາວ ພາກເໜືອແຂວງອຸດົມໄຊ, ບັນດາທ່ານຄະນະປະຈໍາ ສພຂ ແລະ ຄະນະເລຂາທິການ ສພຂ.


ເຄື່ອງກິລາທີ່ນໍາມາມອບໃນຄັ້ງນີ້ມີຈໍານວນ 50 ຊຸດ, ຄິດເປັນມູນຄ່າ 3.000.000 ກີບ, ຫຼັງຈາກການມອບ-ຮັບ ປະທານສະພາປະຊາຊົນແຂວງ, ໄດ້ຕາງໜ້າຄະນະປະຈໍາ ສພຂ, ໄດ້ສະແດງຄວາມຂອບໃຈມາຍັງສະຖາບັນການເງິນຈຸລະພາກ ທີ່ຮັບເງິນຟາກ ພັດທະນາອຸດົມໄຊ ທີ່ໃຫ້ການຊ່ວຍເຫລືອເຄື່ອງດັ່ງກ່າວ ເພື່ອປະກອບສ່ວນ ແລະ ຊຸກຍູ້ ຂະບວນການກິລາຂອງສະພາປະຊາຊົນແຂວງ ໃຫ້ເປັນຂະບວນລວມຂອງແຂວງ.



ພາບ/ຂ່າວ: ແສງພອນ ອິນນະລົງ.