ສະຖານທູດຫວຽດນາມ ມອບເງິນໃຫ້ກອງທຶນຊ່ວຍເຫຼືອສັງຄົມ

ພ.ພ. 30, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 29 ພຶດສະພານີ້ ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບເງິນ ຈຳນວນ 128 ລ້ານກີບ ໂດຍການກ່າວມອບຂອງສະຫາຍ ຫງວຽນ ມິ່ງ ເຕີ່ມ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ.ຫວຽດນາມ ປະຈຳ ສປປລາວ ແລະ ກ່າວຮັບຂອງສະຫາຍ ດຣ. ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ເຊິ່ງມີສະຫາຍ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂິພະຍານ; ເມື່ອວັນທີ 17 ພຶດສະພາ ທີ່ຫໍວັດທະນະທຳແຫ່ງຊາດ, ສະຫາຍ ຫງວຽນ ມິ່ງ ເຕີ່ມ ກໍໄດ້ມອບເງິນ ຈຳນວນ 200 ລ້ານກີບ ເຊິ່ງກ່າວຮັບໂດຍສະຫາຍ ນາງ ອຳໄພວອນ ລ້ອມບຸນແພງ.
(ນາງ ກຸກກິກ ບຸດດາໄຊ)