ສສຊ ແລະ ສສຂ ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງຄອບ

ສ.ຫ. 6, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຂ) – ວັນທີ 4 ສິງຫາຜ່ານມາ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີທ່ານ ປອ. ລີເບີ ລີບົວປາວ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ທ່ານ ດຣ. ບຸນລ້ອມ ແກ້ວບົວໂຮມ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບຸນລ້ວນ ຊົມສີຫາປັນຍາ ຮອງປະທານຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 7 ແລະ ທ່ານ ສົມມະນາ ປິ່ນທິບ ພ້ອມດ້ວຍຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງຄອບ ໄດ້ລົງເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສພຂ) ຊຸດທີ II ທັງພົບປະຜູ້ມີສິດເລືອກຕັ້ງຢູ່ 5 ຈຸດຂອງເມືອງຄອບ ຄື: ສໍານັກງານອົງການອ້ອມຂ້າງເມືອງ, ບ້ານປາງໄຮ, ບ້ານຫ້ວຍເລົາ, ບ້ານຖ້ຳ ແລະ ບ້ານປາງມອນ ໂດຍມີອົງການປົກຄອງເມືອງ-ບ້ານ ແລະ ຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມຢ່າງພ້ອມພຽງ.
ເນື້ອໃນນໍາໄປເຜີຍແຜ່ ປະກອບມີ 15 ມະຕິທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຮັບຮອງເອົາ: 1. ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025; 2. ບົດລາຍງານກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່; 3. ບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; 4. ບົດລາຍງານກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; 5. ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX; ມະຕິຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ, ໃນນີ້ ສ້າງໃໝ່ 5 ສະບັບ ຄື: 1) ກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ, 2) ກົດໝາຍວ່າດ້ວຍສັງຄົມສົງເຄາະ, 3) ກົດໝາຍວ່າດ້ວຍສາມັນສຶກສາ, 4) ກົດໝາຍວ່າດ້ວຍການປູກຝັງ, 5) ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ແລະ ປັບປຸງ 5 ສະບັບ ຄື: 1) ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ, 2) ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, 3) ກົດໝາຍວ່າດ້ວຍຊົນລະປະທານ, 4) ກົດໝາຍວ່າດ້ວຍອາກອນລາຍໄດ້, 5) ກົດໝາຍວ່າດ້ວຍປ້າຍ. ມະຕິທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຂ ຮັບຮອງເອົາ: 1. ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ; 2. ບົດລາຍງານການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ທົ່ວແຂວງ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030); 3. ການປະເມີນນິຕິກໍາໃຕ້ກົດໝາຍຂອງອົງການປົກຄອງແຂວງ 3 ສະບັບຄື: 1) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ອະນຸລັກຊ້າງບ້ານ, 2) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, 3) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ພັດທະນາ ແລະ ບໍລິຫານຕົວເມືອງໄຊຍະບູລີ; 4 . ການແຕ່ງຕັ້ງປະທານຄະນະກໍາມະການປົກຄອງເມືອງ 11 ເມືອງຂອງແຂວງ. ທັງໝົດນີ້ ກໍເພື່ອເຮັດໃຫ້ຜູ້ມີສິດເລືອກຕັ້ງ ຮັບຮູ້-ເຂົ້າໃຈເຖິງບັນຫາສຳຄັນຂອງຊາດ ແລະ ຂອງແຂວງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ
(ໂພໄຊ ແກ້ວກັນຍາ)