ສສຊ ແລະ ສສຂ ສຳເລັດການລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອ ທີ 09 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງໆສະຫວັນນະເຂດ ຊຸດ ທີ II ຢູ່ເມືອງພີນ

ສ.ຫ. 4, 2025

ໃນລະຫວ່າງວັນທີ 31ກໍລະກົດ ຫາ 01 ສິງຫາ  2025 ນີ້, ທ່ານ ພົຈວ. ປອ. ມາລາ ວິລະຈິດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13, ຮອງປະທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 09 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ຢູ່ເມືອງພີນ ໂດຍການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວ ຂອງທ່ານ ແກ້ວວິໃສ ອິນທິລາດ ປະທານຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງພີນ, ທ່ານ ນາງ ຄຳຫຼ້າ ສະຫວັນໄຊ ຮອງປະທານຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງພີນ, ທ່ານ ຄົມຄິດ ຍາດຕິວົງ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງພີນ, ທ່ານເລຂາພັກເມືອງພີນ ພ້ອມດ້ວຍບັນດາທ່ານຄະນະປະຈໍາພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກໍາລັງປກສ-ປກຊ , ພະນັກງານ-ລັດຖະກອນ, ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງພີນ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 499 ທ່ານ, ຍິງ 221 ທ່ານ.

ການລົງເຄື່ອນໄຫວພົບປະເຜີຍແຜ່ຂອງບັນດາທ່ານ ສສຊ ແລະ ສສຂໃນຄັ້ງນີ້ແມ່ນໄດ້ລົງຢູ່ 03 ຈຸດຄື: ຈຸດບ້ານນາກະທັງ ກຸ່ມບ້ານທີ 3, ສະໂມສອນເມືອງພີນ, ໂຮງຮຽນ ທະຫານຖ້ອງຖິ່ນນາທອງ ກຸ່ມບ້ານທີ 10 ຊຶ່ງໃນແຕ່ລະຈຸດທີ່ລົງບັນດາທ່ານ ສສຊ ແລະ ສສຂ ກໍ່ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານການຊີ້ນໍາ-ນຳພາວຽກງານຂອງອຳນາດການປົກຄອງທັງ 03 ຈຸດ, ຈາກນັ້ນ ບັນດາທ່ານ ສສຊ, ສສຂ ກໍ່ໄດ້ຜັດປ່ຽນກັນເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 09 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ໃຫ້ປະຊາຊົນຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ເຂົ້າໃຈ, ທັງເປັນການລົງພົບປະຜູ້ມີສິດເລືອກຕັ້ງ ເພື່ອເປັນການເກັບກຳຄຳຄິດ-ຄຳເຫັນ ຕໍ່ວຽກງານການຄຸ້ມຄອງບໍລິຫານລັດຕື່ມອີກ. ພາຍຫຼັງທີ່ບັນດາທ່ານ ສສຊ, ສສຂ ໄດ້ເຜີຍແຜ່ຜົນສຳເລັດດັ່ງກ່າວແລ້ວ ຍັງໄດ້ເປີດໂອກາດໃຫ້ການນໍາຂອງເມືອງ,ການຈັດຕັ້ງຂັ້ນບ້ານ ກໍ່ຄືປະຊາຊົນພາຍໃນແຕ່ລະກຸ່ມບ້ານສະເໜີຄວາມຕ້ອງການຂອງແຕ່ລະຈຸດ ໂດຍສະເພາະແມ່ນບັນຫາການພັດທະນາພື້ນຖານໂຄງລ່າງ ການສ້ອມແປງທາງ ປະຈຸບັນພົບຄວາມຫຍຸ້ງຍາກໃນການສັນຈອນ; ການແກ້ໄຂບັນຫາຢາເສບຕິດພາຍໃນກຸ່ມບ້ານ, ຈາກນັ້ນ ບັນດາທ່ານ ສສຊ ແລະ ສສຂ ຍັງໄດ້ຕອບບັນຫາການຊັກຖາມຂອງ ພໍ່ແມ່ປະຊາຊົນເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງບັນຫາຕ່າງໆຕໍ່ກັບສະພາບການອັນລວມຕໍ່ກັບການພັດທະນາ ຂອງປະເທດເຮົາໃນໄລຍະປະຈຸບັນ ພ້ອມທັງຮັບເອົາຄໍາສະເໜີຂອງອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໄປນຳສະເໜີ ຕໍ່ຂະແໜງການກ່ຽວຂ້ອງ,ເພື່ອນຳໄປປຶກສາຫາລື ແລະ ຄົ້ນຄວ້າແກ້ໄຂໃນຂັ້ນຕໍ່ໄປ ນອກຈາກນີ້ ສສຊ ແລະ ສສຂ ຍັງໄດ້ມີຄໍາເຫັນຫຼາຍດ້ານຕໍ່ກັບການການພັດທະນາພື້ນຖານໂຄງລ່າງ,ການພັດທະນາທາງດ້ານເສດຖະກິດ,ການແກ້ໄຂທາງດ້ານບັນຫາຢາເສບຕິດ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນເປັນເຈົ້າການໃນການຈັດຕັ້ງປະຕິບັດຕໍ່ວຽກງານດັ່ງກ່າວ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ຕິດພັນກັບການລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຄັ້ງນີ້ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຍັງລະດົມເຄື່ອງນຸ່ງຫົ່ມ ຈໍານວນໜຶ່ງ ມາມອບໃຫ້ເມືອງເພື່ອນຳໄປແຈກຢາຍໃຫ້ຜູ້ມີສິດເລືອກຕັ້ງຕາມຄວາມເປັນຈິງ ອີກດ້ວຍ