ສສຊ ແລະ ສສຂ ສຳເລັດການລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອ ທີ 08 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງໆສະຫວັນນະເຂດ ຊຸດ ທີ II ຢູ່ເມືອງພະລານໄຊ

ກ.ພ. 6, 2025

ໃນລະຫວ່າງວັນທີ 03 ຫາ 04 ກຸມພາ  2025 ນີ້, ທ່ານ ສະແຫວງ ນັນທະວົງ ຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ສະມາຊິກສະພາແຫ່ງຊາດ  ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພ້ອມດ້ວຍບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງພະລານໄຊ  ໄດ້ເຄື່ອນໄຫວພົບປະເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 08 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ຢູ່ເມືອງພະລານໄຊ  ໂດຍການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວ ຂອງທ່ານ ດວງຈັນ ແສງບຸດຕະລາດ ເລຂາຄະນະບໍລິຫານພັກເມືອງ ເຈົ້າເມືອງພະລານໄຊ, ມີບັນດາທ່ານຄະນະປະຈຳພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານ-ລັດຖະກອນ, ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການລົງເຄື່ອນໄຫວພົບປະເຜີຍແຜ່ຂອງບັນດາທ່ານ ສສຊ ແລະ ສສຂໃນຄັ້ງນີ້ແມ່ນໄດ້ລົງຢູ່ 03 ຈຸດຄື: ກຸ່ມບ້ານໂນນມີໄຊ, ສະໂມສອນເມືອງ ແລະ ກຸ່ມບ້ານນາລາຍ ຊຶ່ງໃນແຕ່ລະຈຸດທີ່ລົງບັນດາທ່ານ ສສຊ ແລະ ສສຂ ກໍ່ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານການນຳພາ-ຊີ້ນຳວຽກງານຂອງອຳນາດການປົກຄອງທັງ 03 ຈຸດ, ຈາກນັ້ນ ບັນດາທ່ານ ສສຊ, ສສຂ ກໍ່ໄດ້ຜັດປ່ຽນກັນເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາແຫ່ງຊາດ ຊຸດທີ IX ແລະສະພາປະຊາຊົນແຂວງຊຸດທີ II ໃຫ້ປະຊາຊົນຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ເຂົ້າໃຈ, ທັງເປັນການລົງພົບປະຜູ້ມີສິດເລືອກຕັ້ງ ເພື່ອເປັນການເກັບກຳຄຳຄິດ-ຄຳເຫັນ ຕໍ່ວຽກງານການຄຸ້ມຄອງບໍລິຫານລັດຕື່ມອີກ. ພາຍຫຼັງທີ່ບັນດາທ່ານ ສສຊ, ສສຂ ໄດ້ເຜີຍແຜ່ຜົນສຳເລັດດັ່ງກ່າວແລ້ວ ຍັງໄດ້ເປີດໂອກາດໃຫ້ການນໍາຂອງເມືອງ,ການຈັດຕັ້ງຂັ້ນບ້ານ ກໍ່ຄືປະຊາຊົນພາຍໃນແຕ່ລະກຸ່ມບ້ານໄດ້ຊັກຖາມ ແລະ ມີຄຳສະເໜີແລກປ່ຽນໂດຍເພາະແມ່ນບັນຫາການພັດທະນາພື້ນຖານໂຄງລ່າງ ການສ້ອມແປງເສັ້ນທາງ ແລະ ການສ້ອມແປງຂົວ. ທັງນີ້ກໍເພື່ອເປັນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຈາກນັ້ນ ບັນດາທ່ານ ສສຊ ແລະ ສສຂ ຍັງໄດ້ຕອບບັນຫາການຊັກຖາມຂອງ ພໍ່ແມ່ປະຊາຊົນເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງບັນຫາຕ່າງໆຕໍ່ກັບສະພາບການອັນລວມຕໍ່ກັບການພັດທະນາ ຂອງປະເທດເຮົາໃນໄລຍະປະຈຸບັນ ພ້ອມທັງຮັບເອົາຄໍາສະເໜີຂອງອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໄປນຳສະເໜີ ຕໍ່ຂະແໜງການກ່ຽວຂ້ອງ,ເພື່ອນຳໄປປຶກສາຫາລື ແລະ ຄົ້ນຄວ້າແກ້ໄຂໃນຂັ້ນຕໍ່ໄປ ນອກຈາກນີ້ ສສຊ ແລະ ສສຂ ຍັງໄດ້ມີຄໍາເຫັນຫຼາຍດ້ານຕໍ່ກັບການການພັດທະນາພື້ນຖານໂຄງລ່າງ,ການພັດທະນາທາງດ້ານເສດຖະກິດ,ການແກ້ໄຂທາງດ້ານບັນຫາຢາເສບຕິດ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນເປັນເຈົ້າການໃນການຈັດຕັ້ງປະຕິບັດຕໍ່ວຽກງານດັ່ງກ່າວ ໃຫ້ປະສົບຜົນສຳເລັດຕາມລະດັບຄາດ  ໝາຍທີ່ວາງໄວ້.

ໂອກາດດັ່ງກ່າວ ສສຊ ແລະ ສສຂ ຍັງໄດ້ມອບເກືອ ຈຳນວນ 20 ສອບ ໃຫ້ກຸ່ມບ້ານນາລາຍ ເພື່ອນຳໄປແຈກຢາຍໃຫ້ແກ່ປະຊາຊົນ ແລະ ຍັງໄດ້ລົງຕິດຕາມສະພາບຕົວຈິງຂອງສຸກສາລາກຸ່ມບ້ານດັ່ງກ່າວ ທີ່ໄດ້ມີການສະ   ເໜີໃຫ້ມີການສ້ອມແປງກ່ຽວກັບຫຼັງຄາຮົ່ວ ເພື່ອສະເໜີໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນແກ້ໄຂອີກດ້ວຍ.

ພາບ-ຂ່າວ: ນາງ ຄອນສະຫວັນ ເມກສະຫວັນ