ສສຊ ແລະ ສສຂ ສຳເລັດການລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງອາດສະພອນ

ມ.ກ. 13, 2025

ໃນລະຫວ່າງວັນທີ 09 ຫາ 10 ມັງກອນ 2025 ນີ້, ທ່ານ ຄໍາຜັນ ຄູນສະຫວັນ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 08 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງອາດສະພອນ ໂດຍການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວ ຂອງທ່ານ ບຸນລັດ ລໍບານເຢັນ ວ່າການເລຂາພັກເມືອງ-ວ່າການເຈົ້າເມືອງອາດສະພອນ ທັງເປັນປະທານຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເລືອກຕັ້ງເມືອງອາດສະພອນ ແລະ ທ່ານ ນາງ ອິນປອນ ພອນວິໄລ ກຳມະການພັກເມືອງປະທານສະພັນແມ່ຍິງເມືອງ ຮອງປະທານຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເລືອກຕັ້ງເມືອງອາດສະພອນ ມີບັນດາທ່ານກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກໍາລັງປກສ-ປກຊ , ພະນັກງານ-ລັດຖະກອນ, ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງອາດສະພອນ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 468 ທ່ານ, ຍິງ 155 ທ່ານ.
 
ການລົງເຄື່ອນໄຫວພົບປະເຜີຍແຜ່ຂອງບັນດາທ່ານ ສສຊ ແລະ ສສຂໃນຄັ້ງນີ້ແມ່ນໄດ້ລົງຢູ່ 03 ຈຸດຄື: ຈຸດສຸມນາເລົ່າ, ບ້ານນາມົນ ແລະ ບ້ານທາດດອກແກ້ວ ຊຶ່ງໃນແຕ່ລະຈຸດທີ່ລົງບັນດາທ່ານ ສສຊ ແລະ ສສຂ ກໍ່ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານການຊີ້ນໍາ-ນຳພາວຽກງານຂອງອຳນາດການປົກຄອງທັງ 03 ຈຸດ, ຈາກນັ້ນ ບັນດາທ່ານ ສສຊ, ສສຂ ກໍ່ໄດ້ຜັດປ່ຽນກັນເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາແຫ່ງຊາດ ຊຸດທີ IX ແລະສະພາປະຊາຊົນແຂວງຊຸດທີ II ໃຫ້ປະຊາຊົນຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ເຂົ້າໃຈ, ທັງເປັນການລົງພົບປະຜູ້ມີສິດເລືອກຕັ້ງ ເພື່ອເປັນການເກັບກຳຄຳຄິດ-ຄຳເຫັນ ຕໍ່ວຽກງານການຄຸ້ມຄອງບໍລິຫານລັດຕື່ມອີກ. ພາຍຫຼັງທີ່ບັນດາທ່ານ ສສຊ, ສສຂ ໄດ້ເຜີຍແຜ່ຜົນສຳເລັດດັ່ງກ່າວແລ້ວ ຍັງໄດ້ເປີດໂອກາດໃຫ້ການນໍາຂອງເມືອງ,ການຈັດຕັ້ງຂັ້ນບ້ານ ກໍ່ຄືປະຊາຊົນພາຍໃນແຕ່ລະກຸ່ມບ້ານໄດ້ຊັກຖາມ ແລະ ມີຄຳສະເໜີ18 ຄຳສະເໜີ ໂດຍສະເພາະແມ່ນບັນຫາການພັດທະນາພື້ນຖານໂຄງລ່າງ ການສ້ອມແປງທາງເລກທີ 10 ບ່ອນທີ່ສ້ອມແປງບໍ່ທັນສໍາເລັດປະຈຸບັນພົບຄວາມຫຍຸ້ງຍາກໃນການສັນຈອນ; ການຍົກລະດັບເສັ້ນທາງຂອງບ້ານດົງນາງາມຫາບ້ານບ້ານນາມົນ ( ໄລຍະທາງ 3 ກິລາແມັດ) ແລະ ແຕ່ບ້ານນາມົນຫາບ້ານກຸດນ້ຳແລ້ງ ( ໄລຍະທາງ 3 ກິໂລແມັດ ) ການສ້າງຂົວຂ້າມຫ້ວຍກູ້ ທາງໄປຝາຍຊົນລະປະທານເຊຈຳພອນ ພ້ອມທັງການຊຸກຍູ້ສົ່ງເສີມວຽກງານກະສິກຳ. ທັງນີ້ກໍເພື່ອເປັນການແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຈາກນັ້ນ ບັນດາທ່ານ ສສຊ ແລະ ສສຂ ຍັງໄດ້ຕອບບັນຫາການຊັກຖາມຂອງ ພໍ່ແມ່ປະຊາຊົນເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງບັນຫາຕ່າງໆຕໍ່ກັບສະພາບການອັນລວມຕໍ່ກັບການພັດທະນາ ຂອງປະເທດເຮົາໃນໄລຍະປະຈຸບັນ ພ້ອມທັງຮັບເອົາຄໍາສະເໜີຂອງອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໄປນຳສະເໜີ ຕໍ່ຂະແໜງການກ່ຽວຂ້ອງ,ເພື່ອນຳໄປປຶກສາຫາລື ແລະ ຄົ້ນຄວ້າແກ້ໄຂໃນຂັ້ນຕໍ່ໄປ ນອກຈາກນີ້ ສສຊ ແລະ ສສຂ ຍັງໄດ້ມີຄໍາເຫັນຫຼາຍດ້ານຕໍ່ກັບການການພັດທະນາພື້ນຖານໂຄງລ່າງ,ການພັດທະນາທາງດ້ານເສດຖະກິດ,ການແກ້ໄຂທາງດ້ານບັນຫາຢາເສບຕິດ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນເປັນເຈົ້າການໃນການຈັດຕັ້ງປະຕິບັດຕໍ່ວຽກງານດັ່ງກ່າວ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ໂອກາດດັ່ງກ່າວ ສສຊ ແລະ ສສຂ ຍັງໄດ້ລົງຢຽມຊົມຊົນລະປະທານ ຝາຍນ້ຳລົ້ນເຊຈຳພອນ (ແກ້ງນາມົນ) ບ້ານນາມົນ ເມືອງອາດສະພອນ ຊຶ່ງຊົນລະປະທານແຫ່ງນີ້ ແມ່ນໄດ້ນຳໃຊ້ເຂົ້າໃນການຜະລິດໃນວຽກງານກະສິກຳຂອງພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ ແລະ ເຂດໃກ້ຄຽງອີກດ້ວຍ.