ໃນລະຫວ່າງ ວັນທີ 4-9 ກຸມພາ 2024 ນີ້, ທ່ານ ສີຄຳ ບຸນມີໄຊ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ, ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ແລະ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຮ້ຽມ ແລະ ເມືອງຫົວເມືອງ ພ້ອມດ້ວຍທີມງານ ຂອງແຂວງ, ຂອງເມືອງ ລົງພົບປະ
ປະຊາຊົນ, ເຜີຍແຜ່ຜົນສຳເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ແຂວງຫົວພັນ ຊຸດທີ II ໃຫ້ມີຜູ້ສິດເລືອກຕັ້ງ ໄດ້ຮັບຮູ້, ເຂົ້າໃຈ ຕໍ່ເນື້ອໃນຜົນສຳເລັດ ຂອງສອງປະຊຸມດັ່ງກ່າວ ຢູ່ເມືອງຮ້ຽມ ແລະ ເມືອງຫົວເມືອງ ເຊິ່ງເຜີຍແຜ່ໄດ້ທັງໝົດ 6 ຈຸດ, 1 ເທດສະບານ ຄື: ບ້ານປຸ່ງປີ່ນ, ບ້ານກາງ, ບ້ານນາປວກ ( ເມືອງຮ້ຽມ ), ບ້ານນ້ຳປອງ, ບ້ານເມືອງເປີນ ແລະ ເທດສະບານ ເມືອງຫົວເມືອງ ( ເມືອງຫົວເມືອງ ) ມີບັນດາທ່ານຄະນະປະຈຳພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ ທັງໝົດ 387 ທ່ານ , ຍິງ 188 ທ່ານ.


ໂອກາດການເຄື່ອນໄຫວຄັ້ງນີ້, ທ່ານຍັງໄດ້ນຳເອົາເຄື່ອງຈຳນວນໜຶ່ງ ເປັນຕົ້ນ ເສື້ອ, ເກີບ, ປຶ້ມ, ປະຕິທິນ ແລະ ໂປສເຕີ, ລົງມອບໃຫ້ແຕ່ລະບ້ານອີກດ້ວຍ ເພື່ອນຳໄປໃຊ້ໃຫ້ເກີດປະໂຫຍດສູງສຸດ.

ຂ່າວໂດຍ ນັກຂ່າວ ສພຂ.