ສສຊ ແລະ ສສຂ ພົບປະຢ້ຽມຢາມປະຊາຊົນຫຼາຍບ້ານຂອງເມືອງປາກຊ່ອງ

ມ.ຖ. 27, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 24-26 ມີນານີ້, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 15 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຈໍາປາສັກ ນໍາໂດຍທ່ານ ອໍາໄພ ຈິດມານົນ ຮອງປະທານກຳມາທິການກົດໝາຍ ສົມທົບກັບທ່ານ ນາງ ບອນຄໍາ ເວີ່ນໂພຄໍາ ຫົວໜ້າຄະນະ ສສຂ ປະຈໍາເຂດເລືອກຕັ້ງເມືອງປາກຊ່ອງ ແລະ ຄະນະຕິດຕາມ ໄດ້ເຄື່ອນໄຫວຢູ່ຫຼາຍຈຸດຂອງເຂດເລືອກຕັ້ງເມືອງປາກຊ່ອງຄື: ບ້ານຈັນສະຫວ່າງ+ບ້ານຫຼັກ 12, ບ້ານຫຼັກ 33+ບ້ານຫຼັກ 28, ບ້ານໜອງກາຍ+ບ້ານໜອງບອນ, ບ້ານນໍ້າຮຸ່ງ ແລະ ບ້ານນໍ້າໂກງ ເຊິ່ງໄດ້ພົບປະກັບອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ໂດຍໄດ້ຮັບຟັງການລາຍງາຍຫຍໍ້ສະພາບຈຸດພິເສດ ແລະ ການຈັດຕັ້ງປະຕິບັດວຽກງານຈາກຕາງໜ້າອົງການປົກຄອງບ້ານໃນແຕ່ລະຈຸດ ພ້ອມທັງຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີຂອງອົງການປົກຄອງ ແລະ ພໍ່ແມ່ປະຊາຊົນຫຼາຍບັນຫາສໍາຄັນທີ່ຕິດພັນກັບຊີວິດການເປັນຢູ່, ການພັດທະນາເສດ-ສັງຄົມທີ່ສົ່ງຜົນກະທົບ ແລະ ບັນຫາອື່ນໆ.
ໂອກາດນີ້, ບັນດາທ່ານສະມາຊິກສະພາ ໄດ້ຍົກໃຫ້ເຫັນບາງເນື້ອໃນສໍາຄັນຂອງຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສພຂ) ຈໍາປາສັກ ຊຸດທີ II ທີ່ໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງຊາດ ແລະ ຂອງທ້ອງຖິ່ນ; ພ້ອມນັ້ນ, ໄດ້ຍົກໃຫ້ເຫັນແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງລັດ ເພື່ອໃຫ້ອົງການປົກຄອງ ແລະ ພໍ່ແມ່ປະຊາຊົນ ໄດ້ເຊື່ອມຊຶມ, ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕິດພັນກັບການອະທິບາຍຊີ້ແຈງຕໍ່ບາງ ຄໍາສະເໜີທີ່ກອງເລຂາໄດ້ບັນທຶກເກັບກໍາຢ່າງລະອຽດ ເພື່ອນໍາໄປລາຍງານຕໍ່ຄະນະປະຈໍາ ສພຊ ແລະ ສພຂ ຄົ້ນຄວ້າພິຈາລະນາ, ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂັ້ນຕ່າງໆແກ້ໄຂ.
(ສົມໝາຍ ແລະ ສົມວິຈິດ ໄຊມົນຕີ)