(ສພຂ) – ວັນທີ 5-6 ສິງຫາຜ່ານມາ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີທ່ານ ປອ. ລີເບີ ລີບົວປາວ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ທ່ານ ດຣ. ບຸນລ້ອມ ແກ້ວບົວໂຮມ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບຸນລ້ວນ ຊົມສີຫາປັນຍາ ຮອງປະທານຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 7 ທັງເປັນຮອງປະທານສະພາປະຊາຊົນແຂວງ (ສພຂ) ພ້ອມດ້ວຍຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ 4 ບ້ານຂອງເມືອງຊຽງຮ່ອນ ຄື: ດອນມູນ, ປ່າຫວ້ານ, ສາມັກຄີໄຊ ແລະ ພູລ້ານ ເຊິ່ງມີອໍານາດການປົກຄອງບ້ານ ຕະຫຼອດຮອດຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມທັງໝົດ 518 ຄົນ, ຍິງ 338 ຄົນ ແລະ ພົບປະພະນັກງານອ້ອມຂ້າງເມືອງ, ນາຍບ້ານເທດສະບານ ແລະ 4 ບ້ານຂອງເມືອງຫົງສາ ຄື: ນາປຸງ, ແທນຄໍາ, ໂພນໄຊ ແລະ ສີມຸງ ໂດຍມີທ່ານ ພອນສະຫວັນ ໄຊສົມພັນ ກໍາມະການພັກແຂວງ, ເລຂາພັກເມືອງ, ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ຫົວໜ້າຄະນະ ສສຂ ປະຈໍາເຂດເລືອກຕັ້ງເມືອງ ແລະ ທ່ານ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກໍາມະການປົກຄອງເມືອງ ໃຫ້ການຕ້ອນຮັບ.

ຈຸດປະສົງກໍເພື່ອນໍາເອົາເນື້ອໃນຈິດໃຈກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ແລະ ສພຂ ໄປເຜີຍແຜ່, ເຊື່ອມຊຶມໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ເຂົ້າໃຈ ແລະ ຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີບັນຫາຕ່າງໆ ທີ່ຜູ້ມີສິດເລືອກຕັ້ງຕ້ອງການໃຫ້ສະມາຊິກສະພາ ນໍາໄປສົມທົບກັບພະແນກການ, ອົງການ ແລະ ກົມກອງທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂ ເຊິ່ງບັນຫາທີ່ຜູ້ມີສິດເລືອກຕັ້ງເມືອງຊຽງຮ່ອນສະເໜີ ແມ່ນຢາກໃຫ້ມີການຊ່ວຍເຫຼືອພໍ່ແມ່ປະຊາຊົນຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດນໍ້າໄຫຼຊຸເຮືອນຊານບ້ານຊ່ອງ ແລະ ພື້ນທີ່ທໍາການຜະລິດ ເປັນຕົ້ນ; ໂອກາດນີ້, ສພຂ ໄດ້ມອບເງິນຊຸກຍູ້ຊ່ວຍເຫຼືອບັນເທົາທຸກໃຫ້ເມືອງ 3 ລ້ານກີບ.