ສສຊ ແຂວງບໍລິຄຳໄຊ ສະເໜີໃຫ້ຂຽນຄຳສັບບາງມາດຕາຢ່າງຈະແຈ້ງ

ມ.ຖ. 20, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນຈັນທີ 17 ມີນາຜ່ານມາ, ໃນວາລະການປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນສະບັບປັບປຸງປີ 2025 ທ່ານ ເລື່ອນວິໄລ ຈັນທະລາພັນ ສສຊ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໄດ້ກ່າວວ່າ: ມາດຕາ 78 ໃນຂໍ້ທີ 1 ພິຈາລະນາຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ການດັດແກ້ງົບປະມານແຫ່ງລັດຂອງທ້ອງຖິ່ນ; ເພື່ອໃຫ້ສອດ ຄ່ອງກັບໝວດທີ IX ອົງການປົກຄອງທ້ອງຖິ່ນ ມາດຕາ 88 ຂໍ້ 2 ການສ້າງແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ… ຖ້າວ່າຂຽນເນື້ອໃນໃນມາດຕາແນວໃດ ໃນຂໍ້ 1 ຂອງມາດຕາ 78 ກໍຄວນປັບປຸງໃຫ້ສົມບູນ ແລະ ສອດຄ່ອງກັນ ເປັນຕົ້ນແຜນຍຸດທະສາດຂອງທ້ອງຖິ່ນ ກໍມີຄືກັບຂັ້ນລັດຖະບານກຳນົດວິໄສທັດ.
ມາດຕາ 86 ໃນວັກທີສອງຂຽນວ່າ: ສຳລັບບ້ານ ແມ່ນການຈັດຕັ້ງຊຸມຊົນ ໂດຍມີການເລືອກຕັ້ງຕາມກົດໝາຍ; ຄຳວ່າ “ໂດຍມີການເລືອກຕັ້ງຕາມກົດໝາຍ” ເຫັນຄວນເອົາອອກ, ຖ້າຈະເອົາໄວ້ ກໍຂຽນໃຫ້ຈະແຈ້ງຕື່ມວ່າ: ປະທານຄະນະກຳມະການຂອງບ້ານ ໄດ້ມາຈາກການເລືອກຕັ້ງຕາມກົດໝາຍ.
ມາດຕາ 19 ຢູ່ວັກທີສອງ ທີ່ຄະນະຮັບຜິດຊອບໄດ້ມີການປັບປຸງຄຳວ່າ ປົກປັກຮັກສາສິ່ງແວດລ້ອມ, ຍ້າຍສິ່ງ ແວດລ້ອມໄປຕໍ່ໃສ່ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມນັ້ນ ເຫັນຄວນຮັກສາໄວ້ຄືເກົ່າ ເພື່ອໃຫ້ໄປຕາມໂລຊິກຂອງມັນ ແລະ ເອກະສານອື່ນຂອງພັກຂອງລັດ ແລະ ກົດໝາຍ ກໍໄດ້ຂຽນໄວ້ລັກສະນະຄືແນວນີ້, ເຫັນດີຂຽນວ່າ ທຸກອົງການຈັດຕັ້ງ ແລະ ພົນລະເມືອງທຸກຄົນ ຕ້ອງປົກປັກຮັກສາສິ່ງແວດລ້ອມ.
ມາດຕາ 33 ຂໍເພີ່ມຄຳສັບເຂົ້າໃສ່ຕື່ມໃນວັກທີໜຶ່ງແຖວສຸດທ້າຍ ທີ່ຂຽນວ່າ: ຕ້ານ, ສະກັດກັ້ນ ແລະ ແກ້ໄຂໄພພິບັດ; ສະເໜີຂຽນເພີ່ມເຂົ້າ “ເຂົ້າຮ່ວມຕ້ານ, ສະກັດກັ້ນ ແລະ ແກ້ໄຂໄພພິບັດ”.
ມາດຕາ 34 ເນື້ອໃນທີ່ຄະນະຮັບຜິດຊອບສະເໜີຕັດອອກໃນວັກທີສອງແຖວສຸດທ້າຍ ທີ່ຂຽນວ່າ “ໃນການສ້າງສາ ແລະ ພັດທະນາປະເທດຊາດ” ເຫັນຄວນຮັກສາໄວ້ຄືເກົ່າ ເພາະພວກເຮົາກໍເຄີຍເວົ້າ ແລະ ນຳໃຊ້ຜ່ານມາແລ້ວ.