ວັນທີ 13 ມັງກອນ 2024 ນີ້, ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ຮອງປະທານກຳມາທິການເຜົ່າ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ແລະ ທ່ານ ສົມສັກ ດອນຈານິດ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນ ແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະ, ຢ້ຽມຢາມ ພໍ່ແມ່ປະຊາຊົນບັນດາເຜົ່າ ຢູ່ບ້ານຍອດປາວ ເມືອງກວັນ ແຂວງຫົວພັນ ເຊິ່ງມີຜູ້ເຂົ້າຮ່ວມ 350 ຄົນ, ຍິງ 140 ຄົນ.

ການເຄື່ອນໄຫວຄັ້ງນີ້, ຄະນະທີມງານ ໄດ້ຮັບຟັງການລາຍງານສະພາບການລວມ ຂອງບ້ານໂດຍຫຍໍ້ ຈາກເລຂາພັກບ້ານ ນາຍບ້ານຍອດປາວ,ຈາກນັ້ນ ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ກໍໄດ້ນຳເອົາເນື້ອໃນຈິດໃຈ ຜົນສຳເລັດກອງປະຊຸມສະໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ເຜີຍແຜ່ຕໍ່ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ເນື້ອໃນໃນກອງປະຊຸມ ຢ່າງເລິກເຊິ່ງ. ນອກນີ້, ຍັງໄດ້ ເປີດໂອກາດ ໃຫ້ຜູ້ທີ່ເຂົ້າຮ່ວມ ສະເໜີຂໍ້ຂັດຂ້ອງໝອງໃຈ ແລະ ບັນຫາຕ່າງໆ ທີ່ພົບຄວາມຫຍຸ້ງຍາກ, ຕິດພັນກັບການດຳລົງຊີວິດ ເພື່ອເປັນຂໍ້ມູນໃຫ້ ສສຊ ນຳໄປຄົ້ນຄວ້າ ແລະ ປະສານສົມທົບນຳພາກສ່ວນກ່ຽວຂ້ອງ ແກ້ໄຂໃນຕໍ່ໜ້າ; ຈາກນັ້ນ ທ່ານ ສສຊ ກໍໄດ້ອະທິບາຍ, ຊີ້ແຈງ ບາງຄຳສະເໜີຂອງພໍ່ແມ່ປະຊາຊົນ ແລະ ໄດ້ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນ ພ້ອມກັນສູ້ຊົນ ເອົາໃຈໃສ່ຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ໃຫ້ປາກົດຜົນເປັນຈິງ.

ໃນໂອກາດດຽວກັນນີ້, ຄະນະທີມງານຍັງໄດ້ ເຂົ້າຮ່ວມ ອວຍພອນປີໃຫມ່ (ນໍເປ່ເຈົ່າ ຂອງເຜົ່າມົ້ງ) ພ້ອມທັງ ໄດ້ນຳເອົາເຄື່ອງຊ່ວຍເຫລືອ ຈຳນວນໜຶ່ງ ເປັນປະເພດ ຜ້າຮົ່ມ, ເສື້ອກັນໜາວ ລວມມູນຄ່າທັງໝົດ 9.200.000 ກີບ ມອບໃຫ້ແກ່ ປະຊາຊົນ ກໍຄື ບ້ານຍອດປາວ ອີກດ້ວຍ.

ພາບ ແລະ ຂ່າວໂດຍ ນັກຂ່າວ ສພຂ ຫົວພັນ.