ໃນວັນທີ 6 ມີນາ 2025. ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ17 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ລົງພົບປະຢ້ຽມຢາມປະຊາຊົນຜູ້ມີສິດເລືອກຕັ້ງ ຢູ່ບ້ານຫາດຊັນ ເມືອງ ໄຊເສດຖາ, ມີ: ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ຮອງປະທານຄະນະ ສສຊ ເຂດເລືອກຕັ້ງທີ 17, ຮອງປະທານສະພາປະຊາຊົນແຂວງ, ທ່ານ ມະນີໂສ ຊາມຸນຕີ ສສຊ ເຂດເລືອຕັ້ງທີ 17 ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສີ່ງແວດລ້ອມ ສະພາແຫ່ງຊາດ, ທ່ານ ອຸດສະຫະ ກົມມະເມືອງ ຫົວໜ້າຄະນະ ສສຂ ປະຈໍາເຂດເລືອກຕັ້ງເມືອງໄຊເສດຖາ ພ້ອມດ້ວຍຄະນະ ສສຊ ແລະ ສສຂ ເຂົ້າຮ່ວມມີອໍານາດການປົກຄອງບ້ານຫາດຊັນ, ບ້ານໃຫຍ່ອຸດົມ ແລະ ບ້ານແກ້ງໃຫ່ຍຕະຫຼອດຮອດປະຊາຊົນເຂົ້້າຮ່ວມ. ການພົບປະ,ໄດ້ຮັບຟັງການລາຍງານສະພາບລວມຂອງບ້ານຫາດຊັນໂດຍຫຍໍ້ວ່າ: ບ້ານຫາດຊັນມີເນື້ອທີທັງໝົດ 16.550 ເຮັກຕາ, ມີພົນລະເມືອງທັງໝົດ 2.037 ຄົນ, ຍິງ 1008 ຄົນ, ມີ 442 ຫຼັງຄາເຮືອນ, 528 ຄອບຄົວ ປະກອບມີສອງຊົນເຜົ່າຄື ເຜົ່າເບຣົາ ແລະ ເຜົ່າລາວລຸ່ມ, ມີດີນປຸກສ້າງ 5 ເຮັກຕາ, ດີນນາ 153 ເຮັກຕາ, ດີນສວນ 376 ເຮັກຕາ, ຍັງໄດ້ເອົາໃຈ່ໃສ່ປຸກລະດົມປະຊາຊົນ ປູກພືດລົ້ມລຸກ, ພືດໃຫ້ໝາກ ເພື່ອເປັນສະບຽງອາຫານໃຫ້ຫົວໜ່ວຍຄອບຄົວ ແລະ ແກ້ໄຂຊີວີດການເປັນຢູ່ໃຫ້ດີຂື້ນ ອໍານາດການປົກຄອງພາຍໃນ 3 ບ້ານຍັງໄດ້ສະເໜີຍັງການຈັດຕັ້ງພັກ-ລັດກໍ່ຄືສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ເປັນຕົ້ນ: ແກ້ໄຂບັນຫາເສັ້ນທາງບ້ານຕໍ່ບ້ານ, ຕັດຕາຜ້າບ້ານ, ການປະຕິບັດດ້ານນະໂຍບາຍ, ຈັດສັນເນື້ອທີ່ທໍາການຜະລິດ, ການແກ້ໄຂລະຫວ່າງບໍລິສັດກັບປະຊາຊົນ ແລະ ບັນຫາອື່ນໆ ຈາກນັ້ນ, ສສຊ ປະຈໍາເຂດເລືອກຕັ້ງທີ 17 ແລະ ສສຂ ໄດ້ອະທິບາຍ ແລະ ຊີ້ແຈງບາງຄໍາສະເໜີຂອງອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ບາງບັນຫາກໍ່ຈະນໍາໄປຄົ້ນຄວ້າພິຈະລະນາປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຊຸກຍູ້ເພື່ອຫາວີທີທາງແກ້ໄຂຕາມຂັ້ນຕອນ. ພ້ອມນີ້ໄດ້ຍົກເອົາບາງເນື້ອໃນຂອງຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໂດຍສະເພາະທີ່ໄດ້ຮັບຮອງເອົາວຽກງານຂອງລັດຖະບານ, ການດັດແກ້ງົບປະມານແຫ່ງລັດ, ແຜນຈັດສັນງົບປະມານແຫ່ງລັດ ໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ບັນດາແຂວງ, ການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ, ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ, ແຜນຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ພ້ອມທັງໄດ້ໂອ້ລົມໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີຮັກແພງ, ມີສ່ວນຮ່ວມເປັນຈິດໜຶ່ງໃຈດ່ຽວ ຕາມທິດທາງຂອງພັກ-ລັດ ໃຫ້ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດເຕົ້າໂຮມຄວາມສາມັກຄີປ່ອງດອງເປັນປືກແຜ່ນແໜ້ນໜາ, ສ້າງເງື່ອນໄຂເສດຖະກິດຄອບຄົວ ປູກຝັງ, ລ່ຽງສັດ ກຸ້ມຕົນເອງ ເປັນເຈົ້າຕົນເອງ ໃຫ້ມີການຜະລິດທີ່ໝັ້ນຄົງ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆຢ່າງເປັນເຈົ້າການໃຫ້ມີຄວາມສະເຫງົບປອດໄພ.
(ວິນັດ ສີສຸລາດ)