ໃນວັນທີ 5 ມີນາ 2025. ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ປະຊາຊົນຜູ້ມີສິດເລືອກຕັ້ງຢູ່ບ້ານຕໍມະຍອດ ແລະ ບ້ານໃຫຍ່ແທ, ມີທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 17 ປະທານສະພາປະຊາຊົນແຂວງ, ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ຮອງປະທານຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ17 ຮອງປະທານສະພາປະຊາຊົນແຂວງ, ທ່ານ ມະນີໂສ ຊາມຸນຕີ ສສຊ ປະຈໍາເຂດເລືອກຕັ້ງທີ17, ຮອງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສີ່ງແວດລ້ອມ ສະພາແຫ່ງຊາດ ພ້ອມຄະນະຕິດຕາມ ເຂົ້າຮ່ວມມີອໍານາດການປົກຄອງບ້ານຕໍມະຍອດ ແລະ ບ້ານແທ, ຕະຫຼອດປະຊາຊົນຜູ້ມີສິດເລືອກຕັ້ງພາຍໃນສອງບ້ານເຂົ້າຮ່ວມ 60 ຄົນ, ຍິງ 24 ຄົນ. ຕາງໜ້າອົງການຈັດຕັ້ງທັງສອງບ້ານ ໄດ້ລາຍງານສະພາບລວມໂດຍຫຍໍ້ຂອງບ້ານເຊິ່ງເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການດໍາລົງຊີວີດເປັນຢູ່ຂອງປະຊາຊົນ ພ້ອມທັງໄດ້ສະເໜີຫຼາຍບັນຫາເພື່ອຄວາມມຸ້ງມາດປາດຖະໜາ, ການພັດທະນາບ້ານ ແລະ ຊີວິດການເປັນຢຸ່ຂອງປະຊາຊົນ ເປັນຕົ້ນ: ດ້ານນະໂຍບາຍ ແລະ ຊົດເຊີຍຈາກຜົນກະທົບ, ຊົນລະປະທານ (ນ້ຳໃຊ້ບໍ່ໄດ້), ການຍົກລະດັບເສັ້ນທາງ, ການປະລະການຮຽນ, ການອອກໃບຕາດີນ ແລະ ບັນຫາອື່ນໆ ຈາກນັ້ນ, ສສຊ ປະຈໍາເຂດເລືອກຕັ້ງທີ 17 ໄດ້ອະທິບາຍ ແລະ ຊີ້ແຈງບາງຄໍາສະເໜີຂອງອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ບາງບັນຫາກໍ່ຈະນໍາໄປຄົ້ນຄວ້າພິຈະລະນາປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຫາວີທີທາງແກ້ໄຂ. ພ້ອມນີ້ໄດ້ຍົກເອົາບາງເນື້ອໃນຂອງຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II, ພ້ອມທັງໄດ້ໂອ້ລົມໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສືບຕໍ່ຍຶດໝັ້ນຕໍ່ການນຳພາຂອງພັກ-ລັດ, ຮັກສາມູນເຊື້ອຄວາມສາມັກຄີຮັກແພງ, ມີສ່ວນຮ່ວມເປັນຈິດໜຶ່ງໃຈດ່ຽວ ຕາມທິດທາງຂອງພັກ-ລັດ ໃຫ້ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດເຕົ້າໂຮມຄວາມສາມັກຄີປ່ອງດອງເປັນປືກແຜ່ນແໜ້ນໜາ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆຢ່າງເປັນເຈົ້າການໃຫ້ມີຄວາມສະເຫງົບປອດໄພ, ສ້າງເງື່ອນໄຂເສດຖະກິດຄອບຄົວ ປູກຝັງ, ລ່ຽງສັດ ກຸ້ມຕົນເອງ ເປັນເຈົ້າຕົນເອງ ໃຫ້ມີການຜະລິດທີ່ໝັ້ນຄົງ
(ວິນັດ ສີສຸລາດ)