
ຕອນບ່າຍຂອງວັນທີ 3 ກັນຍາ 2022, ທ່ານ ຄໍາຈັນ ໂສຕາປະເສີດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ພ້ອມດ້ວຍຄອບຄົວ, ມີ ທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງອຸດົມໄຊ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງຫຼາ ແລະ ຄະນະທິມງານ ໄດ້ມອບເງິນສົດ 500.000 ກີບ/ຄອບຄົວ ໂດຍສະເພາະແມ່ນຄອບຄົວທີ່ຖືກຜົນກະທົບປະເພດໜຶ່ງ ຢູ່ ບ້ານສາມັກຄີໄຊ, ບ້ານໂພນໄຊ, ບ້ານຫ້ວຍລາ ແລະ ບ້ານອື່ນໆ ລວມເປັນເງິນສົດ 26.500.000 ກີບ ແລະ ເຂົ້າສານ, ໝີ່, ປ໋ອງປາ, ແປ້ງນົວ ແລະ ແຟັບ-ສະບູ ລວມມູນຄ່າທັງໝົດ 33.100.000 ກີບ.





ໃນໂອກາດດັ່ງກ່າວຍັງໄດ້ມອບຖົງມືໃຫ້ກອງກໍາລັງທະຫານທີ່ລົງປະຈໍາຊ່ວຍວຽກ ຈໍານວນ 300 ຄູ່ ແລະ ຄອບຄົວ ທ່ານ ຄໍາຈັນ ໂສຕາປະເສີດ ຍັງໄດ້ມອບເງິນສົດ 1.000.000 ກີບ ໃຫ້ແກ່ກອງກໍາລັງທະຫານ. ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ແລະ ສະມາຊິກສະພາປະຊາຊົນແຂວງ ຍັງຈະສືບຕໍ່ລະດົມ ແລະ ມອບເຄື່ອງຊ່ວຍເຫຼືອອີກຕໍ່ໄປ ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງນາໝໍ້ ແລະ ເມືອງໄຊ.


ພາບ/ຂ່າວ:ສພຂ