(ສພຊ) – ກອງປະຊຸມປະຈຳປີ 2025 ຂອງຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ໄດ້ຈັດຂຶ້ນໃນວັນທີ 15 ທັນວານີ້ ທີ່ສະພາປະຊາຊົນແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ໂດຍມີການເຂົ້າຮ່ວມຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ, ທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ບັນດາທ່ານ ສສຊ ປະຈຳເຂດເລືອກຕັ້ງ ພ້ອມດ້ວຍພະແນກການ, ອົງການຕ່າງໆອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງ.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ທິດທາງແຜນການເຄື່ອນໄຫວວຽກງານຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13. ນອກນັ້ນ, ໄດ້ຮັບຟັງການລາຍງານຄືນຈາກທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ຕາມມະຕິກອງປະຊຸມຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ສະບັບເລກທີ 66/ຄສຊຂ, ລົງວັນທີ 23 ທັນວາ 2024 ວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບການຂຸດຄົ້ນແຮ່ທາດທົດລອງ ພາຍໃນແຂວງສະຫວັນນະເຂດ ແລະ ກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງໄຟຟ້າຈາກພະລັງງານລົມ ຢູ່ແຂວງສະຫວັນນະເຂດ; ການລາຍງານຄືນຈາກທ່ານຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຕາມມະຕິກອງປະຊຸມຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ສະບັບເລກທີ 03/ຄສຊຂ, ລົງວັນທີ 17 ມັງກອນ 2024 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດການຈັດສັນ ແລະ ການຄຸ້ມຄອງ 3 ປະເພດປ່າ ພາຍໃນແຂວງສະຫວັນນະເຂດ.

ທ່ານ ກອງແກ້ວ ມີວໍລະຈັກ ໄດ້ມີຄຳເຫັນກ່າວປິດວ່າ: ຕະຫຼອດໄລຍະເວລາດຳເນີນກອງປະຊຸມ, ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນສູງສົ່ງຂອງຕົນ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ໂດຍສຸມສະຕິປັນຍາເຂົ້າໃສ່ການຄົ້ນຄວ້າປະກອບຄຳຄິດຄຳເຫັນ ພ້ອມທັງໄດ້ຊັກຖາມຢ່າງສ້າງສັນ, ພາວະວິໄສ, ມີຫຼັກການ ແລະ ມີເຫດມີຜົນ ຢ່າງເລິກເຊິ່ງກົງໄປກົງມາ ຕໍ່ບັນດາພາກສ່ວນທີ່ຂຶ້ນລາຍງານ ແລະ ຊີ້ແຈງຕໍ່ກອງປະຊຸມ. ບັນຫາທີ່ນໍາມາສະເໜີຢູ່ໃນກອງປະຊຸມໃນຄັ້ງນີ້ ລ້ວນແລ້ວແຕ່ແມ່ນຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງມາດປາຖະໜາຂອງພໍ່ແມ່ປະຊາຊົນ; ພາກສ່ວນກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ຂຶ້ນຊີ້ແຈງທຸກໆບັນຫາທີ່ສະມາຊິກສະພາແຫ່ງຊາດຕັ້ງຂຶ້ນດ້ວຍຄວາມຮັບຜິດຊອບ ເຮັດໃຫ້ການພິຈາລະນາ-ຮັບຮອງເອົາບັນດາບັນຫາຕ່າງໆ ບົນຈິດໃຈແຫ່ງຄວາມເປັນເອກະພາບທາງດ້ານທັດສະນະ, ແນວຄິດ, ລະບຽບຫຼັກການ ແລະ ຄວາມຮັບຜິດຊອບ ບົນພື້ນຖານສອດຄ່ອງກັບແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ.

(ກົງທະນູຄຳ ພິພັດເສລີ)

