(ສພຊ) – ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 11 ພະຈິກຜ່ານມາ ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາເເຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ແຕ່ລະເຂດເລືອກຕັ້ງ ໄດ້ສືບຕໍ່ຄົ້ນຄວ້າ, ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ທີ່ສະເໜີໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເພື່ອຮັບປະກັບເຮັດໃຫ້ບົດລາຍງານສະບັບນີ້ ມີເນື້ອໃນຄົບຖ້ວນ, ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ເເລະ ປະສິດທິຜົນຫຼາຍຂຶ້ນກວ່າເກົ່າ; ການປະກອບຄໍາເຫັນສ່ວນໃຫຍ່ ເເມ່ນເປັນໄປຕາມຄຳເຫັນເຈາະຈີ້ມຂອງປະທານກອງປະຊຸມ ລວມເຖິງບັນດາຄໍາສະເໜີຂອງປະຊາຊົນທີ່ສາມາດຮວບຮວມໄດ້.
ທ່ານ ນິສິດ ເເກ້ວປັນຍາ ສສຊ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ສະເໜີໃຫ້ລັດຖະບານປັບປຸງບາງເນື້ອໃນຂອງບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະເນື້ອໃນທີ່ເວົ້າເຖິງການຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມຢູ່ລາວເຮົາ ເຫັນວ່າຍັງບໍ່ທັນສອດຄ່ອງກັບສະພາບເງື່ອນໄຂຕົວຈິງເທົ່າທີ່ຄວນ.

ທ່ານ ນາງ ມະນີວັນ ເຍຍປາວເຮີ ສສຊ ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ສະເໜີໃຫ້ລັດຖະບານກໍານົດເເຜນພັດທະນາວຽກງານການສຶກສາ ຕິດພັນກັບເເຜນພັດທະນາປົກປ້ອງສັງຄົມເເຫ່ງຊາດ ໃຫ້ເປັນອັນລະອຽດຈະເເຈ້ງໃນປີຕໍ່ໆໄປ ໂດຍສະເພາະການບັນຈຸຫຼັກສູດການຮຽນ-ການສອນໃຫ້ຄົນພິການ ພ້ອມທັງເອົາໃຈໃສ່ພັດທະນາສີມືເເຮງງານໄປນໍາ ເພື່ອເຮັດໃຫ້ເຂົາເຈົ້າສາມາດສ້າງອາຊີບ ມີລາຍຮັບລ້ຽງຕົນເອງໄດ້.
ທ່ານ ປອ. ສຸວັນນີ ໄຊຊະນະ ສສຊ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ສະແດງຄວາມເຫັນດີເປັນເອກະພາບຕໍ່ບົດລາຍງານຂອງລັດຖະບານ ເຫັນວ່າມີຫຼາຍໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດໂດຍພື້ນຖານ, ແຕ່ສະເໜີໃຫ້ລັດຖະບານຄົ້ນຄວ້າພິຈາລະນາເບິ່ງຄືນກ່ຽວກັບບັນຫາຕ່າງໆທີ່ຍັງຄົງຄ້າງໃນການຂຸດຄົ້ນແຮ່ທາດຂອງບັນດາບໍລິສັດ ເນື່ອງຈາກບັນຫາເຫຼົ່ານີ້ ໄດ້ສ້າງຜົນເສຍຫາຍຫຼາຍກວ່າຜົນໄດ້ຮັບ ໂດຍສະເພາະຜົນກະທົບຕໍ່ສະພາບແວດລ້ອມ, ຖະໜົນຫົນທາງເປ່ເພ ແລະ ອື່ນໆ.
ທ່ານ ສາຍທອງ ໄຊຍະວົງ ສສຊ ປະຈຳເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ສະເໜີໃຫ້ລັດຖະບານເອົາໃຈໃສ່ຢ່າງແຂງແຮງ ແລະ ພິຈາລະນາຢ່າງຖີ່ຖ້ວນຮອບຄອບ ກ່ອນອະນຸມັດໃຫ້ມີການຂຸດຄົ້ນເເຮ່ທາດຂອງບັນດາບໍລິສັດ ເນື່ອງຈາກໄລຍະຜ່ານມາ ໄດ້ສ້າງຜົນກະທົບຫຼາຍດ້ານຕໍ່ສິ່ງເເວດລ້ອມເປັນບໍລິເວນກວ້າງ.
ສສຊ ສະເໜີລັດຖະບານ ບັນຈຸຫຼັກສູດການຮຽນ-ການສອນໃຫ້ຄົນພິການ, ເບິ່ງຄືນການຂຸດຄົ້ນແຮ່ທາດ
