(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ພະຈິກນີ້ ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ໂດຍສະເພາະກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະ ການຄຸ້ມຄອງການລົງທຶນ.
ທ່ານ ປອ. ສຸວັນນີ ໄຊຊະນະ ສສຊ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ກ່າວວ່າ: ການເຕີບໂຕທາງດ້ານເສດຖະກິດໃນໄລຍະ 5 ປີຜ່ານມານັ້ນ ເກີດຄວາມບໍ່ສົມດຸນສອງຢ່າງຄື: ບໍ່ສົມດຸນການພັດທະນາເສດຖະກິດກັບຜົນກະທົບຕໍ່ສິ່ງ ແວດລ້ອມ ແລະ ການພັດທະນາເສດຖະກິດກັບການພັດທະນາວັດທະນະທຳ-ສັງຄົມ ບໍ່ໄປສົມຄູ່ກັນ; ສະນັ້ນ, ການພັດທະນາ 5 ປີຕໍ່ໜ້ານີ້ ຄວນສ້າງຄວາມເຂັ້ມແຂງໃຫ້ເສດຖະກິດຮາກຖານຢ່າງແຂງແຮງ ແລະ ສະເໜີວ່າ ການຈັດບຸລິມະສິດອັນດັບໜຶ່ງ ຄວນປ່ຽນແທນໃຫ້ຂະແໜງການອື່ນ ຄວນຈະແມ່ນຂົງເຂດກະສິກຳ ແລະ ອຸດສາຫະກຳປຸງແຕ່ງ ເຮົາຈຶ່ງຈະສາມາດມີພູມຕ້ານທານໃນກໍລະນີສະພາບແວດລ້ອມທາງນອກມີຜົນກະທົບ ເຊິ່ງຜ່ານມາກໍມີບົດຮຽນແລ້ວໃນປີ 1997 ວິກິດເສດຖະກິດ-ການເງິນ ແລະ ປີ 2022-2023 ອັດຕາເງິນເຟີ້ເພີ່ມຂຶ້ນຮອດ 40% ເນື່ອງຈາກວ່າເສດຖະກິດພວກເຮົາບອບບາງ, SME ກວມ 90% ເມື່ອທຽບໃສ່ການສົ່ງອອກສິນຄ້າກະສິກຳກັບແຮ່ທາດ, ການສົ່ງອອກແຮ່ທາດມູນຄ່າຫຼາຍກວ່າ ແລະ ໃນ 3-4 ປີຜ່ານມາ ເພີ່ມຂຶ້ນສອງເທົ່າ, ແຕ່ການສົ່ງອອກຜະລິດຕະພັນກະສິກຳ ບັນລຸປະມານ 1,500 ລ້ານໂດລາ ເຫັນວ່າຍັງຕໍ່າ. ສະນັ້ນ, ແນວທາງເສດຖະກິດເອກກະລາດເປັນເຈົ້າຕົນເອງ ແມ່ນເພິ່ງພາຊັບພະຍາກອນ ແລະ ເພິ່ງພາຮາກຖານເສດຖະກິດນີ້ເປັນຕົ້ນຕໍ, ຕໍ່ບັນຫານີ້ ຈຶ່ງຢາກສະເໜີໃຫ້ລັດຖະບານພິຈາລະນາຢ່າງແຂງແຮງເພື່ອຊ່ວຍໜູນແຫຼ່ງທຶນໃນການຊຸກຍູ້ໃຫ້ບັນດາ SME ໄດ້ເຂົ້າເຖິງ ຕາມດຳລັດ 93/ນຍ ເຊິ່ງປັດຈຸບັນມີປະມານ 600 ຕື້ກີບເທົ່ານັ້ນ ແລະ ມີເທົ່າໃດຫົວໜ່ວຍທີ່ເຂົ້າເຖິງແຫຼ່ງທຶນ; ສະນັ້ນ, ຈຶ່ງຢາກໃຫ້ເພີ່ມຂຶ້ນ 10 ພັນຕື້ກີບ ເພື່ອຕອບສະໜອງໃຫ້ພາກທຸລະກິດຮາກຖານເຫຼົ່ານີ້ ໄດ້ເຂົ້າເຖິງແຫຼ່ງທຶນຕ່າງໆ.
ອັນທີສອງ ສະເໜີໃຫ້ລັດຖະບານພິຈາລະນາຄືນບັນຫາຂໍ້ຄົງຄ້າງກ່ຽວກັບການສ້າງສະພາບແວດລ້ອມການດຳເນີນທຸລະກິດ, ຕໍ່ບັນຫານີ້ ແມ່ນຢາກໃຫ້ເອົາຫົວຂໍ້ດັ່ງກ່າວມາລາຍງານສະເພາະ ເພື່ອໃຫ້ຮູ້ວ່າການແກ້ໄຂຫົວຂໍ້ນີ້ ແຕ່ລະປີໄດ້ແກ້ໄຂຈັກຂໍ້ແລ້ວ ແລະ ຈະຕໍ່ສືບແກ້ໄຂແນວໃດຕື່ມ.
ທ່ານ ຄໍາສິງ ໄຊສົມແພງ ສສຊ ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີຄໍາເຫັນບາງບັນຫາໃນການຂຶ້ນແຜນງົບປະມານ, ການວາງຖານລາຍຮັບ. ຕາມກົດໝາຍວ່າດ້ວຍງົບປະມານ ໂດຍສະເພາະແຫຼ່ງລາຍຮັບງົບປະມານ ແມ່ນມາຈາກ 4 ແຫຼ່ງຄື: ພາສີ-ອາກອນ, ບໍ່ແມ່ນພາສີ-ອາກອນ, ການຊ່ວຍເຫຼືອ, ການຊ່ວຍເຫຼືອຈາກສັງຄົມ; ແຕ່ຢາກເນັ້ນ 2 ບັນຫາຄື: ພາສີ-ອາກອນ ແລະ ບໍ່ແມ່ນພາສີ-ອາກອນ ເພາະພາສີ-ອາກອນມີ: ອາກອນກໍາໄລ, ລາຍໄດ້ມອບເໝົາ ແລະ ບໍ່ແມ່ນພາສີ-ອາກອນມີ: ຄ່າເຊົ່າ-ສໍາປະທານ, ຄ່າປັນຜົນ, ເງິນກູ້, ຄ່າປັບໃໝ ແລະ ການຂາຍຊັບສິນທີ່ສັ່ງຢຶດເປັນຂອງລັດ. ຜ່ານມາລັດຖະບານໄດ້ເອົາແຫຼ່ງລາຍຮັບດັ່ງກ່າວມາເຂົ້າເປັນຖານຂໍ້ມູນລາຍຮັບແລ້ວບໍ? ບັນຫານີ້ຄວນກວດກາເບິ່ງຄືນ ເຊິ່ງລັດຖະບານຄວນເອົາໃຈໃສ່ແທ້ໆ ຖ້າເຮົາສະຫຼຸບຕີລາຄາຖານລາຍຮັບທີ່ມີຕົວຈິງ, ຂ້າພະເຈົ້າຄິດວ່າອາດຍາກຈະໄດ້ລາຍຮັບງົບປະມານເກີນແຜນ ເພາະຜ່ານການລາຍງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດແຫ່ງລັດ ໃນກອງປະຊຸມສະໄໝສາມັນຜ່ານມາ ກໍເຫັນວ່າຍັງມີຂໍ້ຫຍຸ້ງຍາກໃນການເກັບພາສີ-ອາກອນຍາກຂຶ້ນ, ບາງບໍລິສັດບໍ່ໃຫ້ການຮ່ວມມື, ບາງບ່ອນເກັບບໍ່ໄດ້ເຕັມເມັດເຕັມໜ່ວຍ ເຮັດແນວໃດຈະໄດ້ຮັບງົບປະມານເກີນແຜນ; ສະນັ້ນ, ຕ້ອງສັງລວມເກັບກໍາຂໍ້ມູນຖານລາຍຮັບໃຫ້ຄົບຖ້ວນ.
ທ່ານຍັງສະເໜີໃຫ້ລັດຖະບານເບິ່ງຄືນການອອກໃບຕາດິນໃຫ້ບຸກຄົນ ຫຼື ນິຕິບຸກຄົນຕື່ມ, ໃຫ້ມີການສັງລວມລະອຽດຄັກແນ່ ເພື່ອໃຫ້ປະຊາຊົນສາມາດນໍາໃຊ້ທີ່ດິນຢ່າງຖືກຕ້ອງຕາມກົດໝາຍ.
ທ່ານ ແດງ ປະທຸມທອງ ສສຊ ປະຈຳເຂດເລືອກຕັ້ງ 18 ແຂວງໄຊສົມບູນ ກ່າວວ່າ: ໃນໄລຍະຜ່ານມາ, ການລົງທຶນ ແລະ ການຄຸ້ມຄອງການລົງທຶນ ຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ ເຊິ່ງບັນຫານີ້ ເປັນບັນຫາທີ່ສຳຄັນ ເພາະວ່າການລົງທຶນຂອງລັດຜ່ານມາ ກໍມີບັນຫາ ນັບແຕ່ການຈັດຊື້-ຈັດຈ້າງ, ການປະເມີນ ແລະ ອື່ນໆ ແມ່ນມີຄວາມຫຍຸ້ງຍາກ, ຜ່ານມາກໍມີການຄ້າງຄາຫຼາຍໂຄງການ, ໃນຂະນະດຽວກັນ, ການລົງທຶນຂອງພາກເອກກະຊົນກໍເຊັ່ນກັນ ມີຫຼາຍໂຄງການບໍ່ປະຕິບັດຕາມລະບຽບການ ເຮັດໃຫ້ເກີດມີຫາງສຽງຈົ່ມວ່າຈາກສັງຄົມ; ສ່ວນການລົງທຶນຈາກເງິນຊ່ວຍເຫຼືອລ້າ ກໍເປັນບັນຫາສຳຄັນ ທັງໆທີ່ພວກເຮົາຂາດແຄນທຶນເພື່ອມາພັດທະນາ, ແຕ່ໃນເວລາມີໂອກາດໄດ້ຮັບທຶນຊ່ວຍເຫຼືອລ້າ ຊ້ຳພັດເຮັດບໍ່ໄດ້ດີເທົ່າທີ່ຄວນ. ສະນັ້ນ, ຕໍ່ບັນຫານີ້ ສະເໜີໃຫ້ລັດຖະບານເບິ່ງຄືນ ແລະ ພິຈາລະນາຢ່າງລະອຽດຕື່ມ ແລະ ໃຫ້ຈັດສັນໃຫ້ດີຂຶ້ນຕື່ມ.
ການລົງທຶນໂຄງການແຮ່ທາດ, ຕໍ່ວຽກງານນີ້ ລັດຖະບານໄດ້ມີຄຳສັ່ງໄປແລ້ວ ແລະ ໄດ້ມີການປະເມີນປະເພດໂຄງການ ດີ, ກາງ, ອ່ອນ ແລະ ອ່ອນຫຼາຍ, ແຕ່ພາຍຫຼັງໄດ້ປະເມີນໄປແລ້ວ ໂດຍສະເພາະໂຄງການທີ່ເຮັດບໍ່ໄດ້ດີ ຍັງບໍ່ໃຫ້ຢຸດເຊົາ; ຕໍ່ກໍລະນີນີ້ ແມ່ນເປັນບັນຫາທີ່ແກ່ຍາວ. ສະນັ້ນ, ສະເໜີໃຫ້ເບິ່ງຄືນເຊັ່ນດຽວກັນ.