ໃນລະຫວ່າງ ວັນທີ 29-30 ມັງກອນ 2024 ນີ້ ນຳໂດຍ ທ່ານ ຄອນປະພັນ ເລືອງສີຈັນທອງ ຄະນະປະຈໍາພັກແຂວງ, ຮອງປະທານ ສະພາປະຊາຊົນ ແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 8 ແຂວງຫົວພັນ, ແລະ ທ່ານ ທອນສຸກ ເພັດວິຍານ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດ ເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງຊຳເໜືອ ພ້ອມດ້ວຍທີມງານ ສະພາປະຊາຊົນ ແຂວງຫົວພັນ ໄດ້ລົງເຄື່ອນໄຫວ ພົບປະປະຊາຊົນຜູ້ມີສິດເລືອກຕັ້ງ ຢູ່ເມືອງ ຊຳເໜືອ ແລະ ຫົວເມືອງ.

ການລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງໃນຄັ້ງນີ້ ທ່ານໄດ້ນຳເອົາເນື້ອໃນ ຜົນສຳເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ລົງເຜີຍແຜ່ໃຫ້ຄະນະພັກ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ເນື້ອຜົນສຳເລັດກອງປະຊຸມດັ່ງກ່າວ, ການເຄື່ອນໄຫວເຜີຍແຜ່ຄັ້ງນີ້ໄດ້
ທັງໝົດ 4 ຈຸດ ກວມເອົາ 4 ບ້ານ ແລະ 1 ບໍລິສັດ ຄື: ບ້ານ ສົບຊາຍ, ບ້ານ ທັບເຜີ້ງ, ບ້ານນາເຊັງ ເມືອງຊຳເໜືອ ແລະ ບ້ານ ອຸໄທ ເມືອງຫົວເມືອງ ແຂວງຫົວພັນ, ໂອການດນີ້ ຍັງໄດ້ເຂົ້າຢ້ຽມຢາມ, ຕິດຕາມ, ຊຸກຍູ້ ບໍລິສັດລາວ-ຈີນ ພັດທະນາແຮ່ຫາຍາກພາກເໜືອຈຳກັດ ອີກດ້ວຍ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 208 ຄົນ, ຍິງ 93 ຄົນ. ໃນໂອກາດດັ່ງກ່າວຍັງໄດ້ນໍາເອົາເຄື່ອງນຸ່ງຈໍານວນໜຶ່ງໄປມອບໃຫ້ແກ່ຄະນະພັກອຳນາດການປົກຄອງບ້ານອີກດ້ວຍ.


ຂ່າວ ແລະ ພາບ: ສພຂ ແຂວງຫົວພັນ