ໃນວັນທີ 4 ມີນາ 2025. ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ນໍາໂດຍ: ທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 17 ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 17 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ເຂດເລືອກຕັ້ງເມືອງ, ໄດ້ເຄື່ອນໄຫວພົບປະ ປະຊາຊົນຜູ້ມີສິດເລືອກຕັ້ງຢູ່ບ້ານລະຍາວໃຕ້ ເມືອງສາມັກຄີໄຊ, ເຂົ້າຮ່ວມມີອໍານາດການປົກຄອງບ້ານລະຍາວໃຕ້, ບ້ານລະຍາວກາງ, ບ້ານລະຍາວເໜືອ, ບ້ານກະຍື ແລະ ບ້ານກອງຮັງ ຕະຫຼອດປະຊາຊົນຜູ້ມີສິດເລືອກຕັ້ງພາຍໃນ 5 ບ້ານເຂົ້າຮ່ວມ 90 ກວ່າຄົນ.
ນາຍບ້ານລະຍາວໃຕ້ ໄດ້ລາຍງານສະພາບລວມໂດຍຫຍໍ້ຂອງບ້ານໃຫ້ຊາບວ່າ: ບ້ານລະຍາວໃຕ້ມີພົນລະເມືອງທັງໝົດ 1,421 ຄົນ,ມີ 276 ຄອບຄົວ, ປະກອບມີ 223 ຫຼັງຄາເຮືອນ, ປະຊາຊົນສ່ວນຫຼາຍດໍາລົງຊີວິດແມ່ນເຮັດນາ ເປັນອາຊີບຕົ້ນຕໍ, ການລ່ຽງສັດ ແລະ ຈັກສານ ເປັນອາຊີບສໍາຮອງ ເພື່ອຄວາມມຸ້ງມາດປາດຖະໜາ ແລະ ການພັດທະນາຊີວິດການເປັນຢຸ່ຂອງປະຊາຊົນ ໃນຕໍ່ໜ້າ, ອໍານາດການປົກຄອງພາຍໃນ 5 ບ້ານຍັງໄດ້ສະເໜີຍັງການຈັດຕັ້ງພັກ-ລັດກໍ່ຄືສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ຊາວແຂວງອັດຕະປື ເປັນຕົ້ນ: ການປັບປຸງເສັ້ນທາງ (ເປັນທາງປູຢາງ), ການກໍ່ສ້າງຂົວ, ຢາກໃຫ້ບໍລິສັດປະກອບສ່ວນພັນທະເຂົ້າບ້ານ, ຕັດຕາຜ້າເສັ້ນທາງ ແລະ ປັບປຸງ, ການສະໜອງໂທລະໂຄ່ງ, ທືນສ້າງຫ້ອງການບ້ານ ແລະ ບັນຫາອື່ນໆ.
ຈາກນັ້ນ, ສສຊ ປະຈໍາເຂດເລືອກຕັ້ງທີ 17 ແລະ ສສຂ ໄດ້ອະທິບາຍ ແລະ ຊີ້ແຈງບາງຄໍາສະເໜີຂອງອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ບາງບັນຫາກໍ່ຈະນໍາໄປຄົ້ນຄວ້າພິຈະລະນາປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຫາວີທີທາງແກ້ໄຂ. ພ້ອມນີ້ໄດ້ຍົກເອົາບາງເນື້ອໃນຂອງຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມ ພ້ອມທັງໄດ້ໂອ້ລົມໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສືບຕໍ່ຍຶດໝັ້ນຕໍ່ການນຳພາຂອງພັກ-ລັດ, ຮັກສາມູນເຊື້ອທີ່ຍາດມາໄດ້ໃນທ່າມກາງສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃຫ້ສ້າງເງື່ອນໄຂເສດຖະກິດຄອບຄົວ ປູກຝັງ, ລ່ຽງສັດ ກຸ້ມຕົນເອງ ເປັນເຈົ້າຕົນເອງ ໃຫ້ມີການຜະລິດທີ່ໝັ້ນຄົງ ໃຫ້ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດເຕົ້າໂຮມຄວາມສາມັກຄີປ່ອງດອງເປັນປືກແຜ່ນແໜ້ນໜາ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆຢ່າງເປັນເຈົ້າການໃຫ້ມີຄວາມສະເຫງົບປອດໄພ.
(ວິນັດ ສີສຸລາດ)