ສສຊ, ສສຂ ພົບປະຜູ້ມີສິດເລືອກຕັ້ງທົ່ວແຂວງສາລະວັນ

ທ.ວ. 30, 2025

(ສພຂ) – ວັນທີ 20-26 ທັນວາຜ່ານມາ, ທ່ານ ສຸບັນ ສະວະບຸດ ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 14 ພ້ອມດ້ວຍບັນດາທ່ານ ສສຊ, ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງ ໄດ້ສໍາເລັດເຄື່ອນໄຫວໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສພຂ) ສາລະວັນ ຊຸດທີ IV ແລະ ເຜີຍແຜ່ບັນດາເອກະສານວຽກງານກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X, ສສຂ ຊຸດທີ V ທີ່ຈະຈັດຂຶ້ນໃນເດືອນກຸມພາ 2026 ທີ່ຈະມາເຖິງນີ້ ຢູ່ 11 ຈຸດ ຄື: ສະໂມສອນແຂວງ, ເມືອງສາລະວັນ 3 ຈຸດ ເຊິ່ງປະກອບມີ 2 ບ້ານ, 1 ກົມກອງ; ເທດສະບານເມືອງຕະໂອ້ຍ, ເມືອງສະໝ້ວຍ, ເມືອງຕຸ້ມລານ, ເມືອງວາປີ, ເມືອງຄົງເຊໂດນ, ເມືອງເລົ່າງາມ ແລະ ເມືອງລະຄອນເພັງ ມີຜູ້ເຂົ້າຮ່ວມຮັບຟັງ 1,300 ກວ່າທ່ານ.
ໃນການເຄື່ອນໄຫວ, ສສຊ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX ແລະ ສພຂ ສາລະວັນ ຊຸດທີ IV ເຊິ່ງໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ 14 ເນື້ອໃນ ແລະ ຮັບຮອງອອກເປັນມະຕິ 8 ສະບັບ; ພ້ອມນັ້ນ, ທ່ານ ສສຂ ຍັງໄດ້ເຜີຍແຜ່ບັນດາເນື້ອໃນທີ່ໄດ້ພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຂ ສາລະວັນ ຊຸດທີ IV ເຊິ່ງໄດ້ພິຈາລະນາ 12 ບັນຫາ ແລະ ໄດ້ອອກເປັນມະຕິສະພາປະຊາຊົນແຂວງ 8 ສະບັບ ຮັບຮອງເອົາ: 1). ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 5 ປີ 2021-2025 ແລະ ທິດທາງແຜນການປະຈໍາປີ 2026; 2). ບົດລາຍງານການຈັດຕັັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ 2021-2025 ແລະ ທິດທາງຕໍ່ໜ້າ; 3). ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ 2021-2025 ແລະ ທິດທາງຕໍ່ໜ້າ; 4). ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ 2021-2025, ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2024 ຂອງອົງການກວດສອບປະຈໍາພາກໃຕ້; 5). ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ 2021-2025, ປະຈໍາປີ 2025 ແລະ ທິດທາງແຜນການປະຈຳປີ 2026; ບົດລາຍງານຜົນການກວດກາຕາມຜົນການກວດສອບ ປີ 2023 ຂອງອົງການກວດກາລັດແຂວງ; 6). ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ 2021-2025, ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ຂອງສານປະຊາຊົນແຂວງ; 7). ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ 2021-2025, ປະຈຳປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ອົງການໄອຍະການປະຊາຊົນແຂວງ; 8.) ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ 2021-2025, ປະຈຳປີ 2025 ແລະ ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກຂອງ ສພຂ ຊຸດທີ V ແລະ ທິດທາງແຜນການປະຈຳປີ 2026.
ພ້ອມກັນນັ້ນ, ກໍໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນ, ປະກອບຄຳຄິດຄຳເຫັນ, ສະເໜີບັນຫາທີ່ມີຄວາມສົນໃຈ ແລະ ຂັດຂ້ອງໝອງໃຈ ເຊິ່ງບາງບັນຫາກໍໄດ້ອະທິບາຍຊີ້ແຈງກັບທີ່, ສຳລັບບັນຫາທີ່ຕິດພັບກັບຫຼາຍພາກສ່ວນ ຈະນຳໄປສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ, ພິຈາລະນາ ແລ້ວກ້າວໄປສູ່ການຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.
(ຈັນທີ ດວງປັນຍາ)