(ສພຂ) – ວັນທີ 18-21 ກໍລະກົດຜ່ານມາ, ທ່ານ ຄໍາຈັນ ໂສຕາປະເສີດ ຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 4, ທ່ານ ທອງຄານ ວັດສະດາກອນ ແລະ ທ່ານ ບຸນທີ ໄຊຍະວົງ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງງາ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ຢູ່ເມືອງງາ ໂດຍມີບັນດາທ່ານການນໍາ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ ພ້ອມດ້ວຍອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຮັບຟັງ; ພ້ອມດຽວກັນນັ້ນ, ຍັງໄດ້ຮັບຟັງຄໍາເຫັນ, ຄໍາສະເໜີຂອງຜູ້ເຂົ້າຮ່ວມ ແລະ ການຊີ້ແຈງຈາກ ສສຊ, ສສຂ.
ສສຊ, ສສຂ ພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງງາ
