(ສພຊ) – ທ່ານ ໄຊຍະເດດ ຜຸຍຍະວົງ ສສຊ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ປະກອບຄຳເຫັນຕໍ່ຮ່າງລັດຖະທຳມະນູນສະບັບປັບປຸງປີ 2025 ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 17 ມີນາຜ່ານມາ ເຊິ່ງທ່ານໄດ້ສະເໜີປັບປຸງເນື້ອໃນຂໍ້ 3 ຂອງມາດຕາ 54 ໃຫ້ມີຄວາມຮັດກຸມຂຶ້ນຕື່ມ ເພື່ອໃຫ້ສະພາແຫ່ງຊາດ ມີສ່ວນຮ່ວມໃນການກຳນົດນະໂຍບາຍມະຫາພາກ ຕິດພັນກັບວຽກງານເສດຖະກິດ ເປັນຕົ້ນນະໂຍບາຍເງິນຕາ ໃຫ້ມີຄວາມຮັດກຸມຂຶ້ນຕື່ມ ໂດຍສະເໜີຕັດຄຳວ່າ “ພື້ນຖານ” ອອກ ໃຫ້ເຫຼືອພຽງຄຳວ່າ ພິຈາລະນາ, ຮັບຮອງເອົາ ນະໂຍບາຍດ້ານການເງິນ, ເງິນຕາ, ອັດຕາສ່ວນການຂາດດຸນງົບປະມານ, ອັດຕາສ່ວນໜີ້ສິນຂອງລັດຖະບານ, ອັດຕາສ່ວນໜີ້ສິນສາທາ ລະນະ ທັງນີ້ ກໍເພື່ອໃຫ້ໄປລວງດຽວກັບແນວທາງໄລຍະໃໝ່ຂອງພັກ ທີ່ກຳລັງຍົກສູງບົດບາດຂອງສະພາແຫ່ງຊາດໃຫ້ສູງຂຶ້ນ.
ໃຫ້ຄະນະກຳມາທິການເສດຖະກິດຂອງສະພາແຫ່ງຊາດ ໄດ້ເຂົ້າມາມີສ່ວນຮ່ວມໃນການຄົ້ນຄວ້າຜົນກະທົບຈາກການດຳເນີນນະໂຍບາຍເງິນຕາ.
ພວກເຮົາຈະເຮັດແນວໃດເພື່ອໃຫ້ອັດຕາດອກເບ້ຍຂອງທະນາຄານໃນ ສປປລາວ ຕໍ່າລົງ ແນໃສ່ເອື້ອອຳນວຍແກ່ການດຳເນີນທຸລະກິດຕາມທິດການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ.