ສສຊ ປະຈຳເຂດເລືອກຕັ້ງທີ 1 ສະເໜີໃຫ້ມີຊື່ “ສະພາປະຊາຊົນນະຄອນຫຼວງ” ໃນລັດຖະທຳມະນູນ

ມ.ຖ. 20, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 17 ມີນາຜ່ານມາ, ທ່ານ ນາງ ສົມພຽນ ວົງໄຊ ສສຊ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ປະກອບຄຳເຫັນໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຕໍ່ຮ່າງລັດຖະທຳມະນູນສະບັບປັບປຸງປີ 2025 ວ່າ:
ມາດຕາ 57 ຂໍ້ 4 “ປະທານສານປະຊາຊົນພາກ ຖືກແຕ່ງຕັ້ງຍົກຍ້າຍ ຫຼື ປົດຕຳເເໜ່ງ ໂດຍຄະນະປະຈຳສະພາແຫ່ງຊາດ” ຕໍ່ໄປ ການຕິດຕາມກວດກາການປະຕິບັດກົດໝາຍຂອງສານປະຊາຊົນພາກ ຈະແມ່ນພາກສ່ວນໃດເປັນຜູ້ຕິດຕາມກວດກາ ລະຫວ່າງສະພາແຫ່ງຊາດ ກັບ ສະພາທ້ອງຖິ່ນບ່ອນສານພາກຕັ້ງຢູ່, ອີກດ້ານໜຶ່ງ ກົດໝາຍວ່າດ້ວຍສານປະຊາຊົນ ກຳນົດໃຫ້ສານປະຊາຊົນພາກເປັນສານທ້ອງຖິ່ນ; ຫົວໜ້າອົງການໄອຍະການປະຊາຊົນພາກ ຈະແມ່ນພາກສ່ວນໃດຮັບຮອງ.
ມາດຕາ 89 ບໍ່ເຫັນດີຕື່ມຄຳວ່າ “ພິພາກສາຄະດີ” ໃສ່ວັກທີໜຶ່ງແຖວທີສອງ ເນື່ອງຈາກຄຳວ່າ “ພິຈາລະນາຕັດສິນຄະດີ” ແມ່ນຄຳສັບລວມທີ່ໃຊ້ທົ່ວໄປ ໃຊ້ກັບສານທຸກຂັ້ນ ບໍ່ວ່າຈະເປັນຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ; ຢູ່ວັກທີສອງກໍຂຽນວ່າ “ສານປະຊາຊົນຕັດສິນຄະດີເປັນຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ” ບໍ່ໄດ້ຂຽນວ່າ “ຕັດສິນ ແລະ ພິພາກສາຄະດີ” ແຕ່ຢ່າງໃດ. ນອກຈາກນີ້ ມາດຕາອື່ນເຊັ່ນ: ມາດຕາ 91, 97 ກໍບໍ່ໄດ້ກຳນົດມີຄຳ ພິພາກສາ ແຕ່ຢ່າງໃດ.
ມາດຕາ 77 ວັກສອງ ສະເໜີພິຈາລະນາຄືນຄຳວ່າ “ອາດ” ເຊິ່ງເປັນຄຳທີ່ບໍ່ຈະແຈ້ງ, ໃນຖານະທີ່ເປັນລັດຖະທຳມະນູນ ເປັນກົດໝາຍສູງສຸດ ຕ້ອງກຳນົດໃຫ້ຈະເເຈ້ງ; ອີງຕາມຂັ້ນການປົກຄອງທ້ອງຖິ່ນມີ 3 ຂັ້ນກໍຈິງ, ແຕ່ສະເໜີໃຫ້ສັບຊ້ອນໃຫ້ມີຊື່ຂອງ ສະພາປະຊາຊົນນະຄອນຫຼວງ ໃສ່ລັດຖະທຳມະນູນສະບັບນີ້ຕື່ມ.
ອີງຕາມຄຳຖາມເຈາະຈີ້ມໃນຂໍ້ທີ 13 ກ່ຽວກັບການກຳນົດຈັດລຽງລະຫວ່າງແຂວງ ແລະ ນະຄອນຫຼວງ ຄວນເອົາອັນໃດຂຶ້ນກ່ອນນັ້ນ, ໂດຍອີງເຫດຜົນຍ້ອນນະຄອນຫຼວງເປັນໃຈກາງທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ປກຊ-ປກສ ແລະ ການຕ່າງປະເທດ, ເປັນໝາກຫົວໃຈ ເປັນໃບໜ້າຂອງປະເທດ ມີອັນພິເສດຫຼາຍດ້ານ; ສະນັ້ນ, ຈຶ່ງເຫັນຄວນໃຫ້ເອົາຊື່ຂອງນະຄອນຫຼວງຂຶ້ນກ່ອນແຂວງ ຄືກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນກໍໄດ້ປັບປຸງ ແລະ ເຂດເລືອກຕັ້ງກໍກຳນົດເອົານະຄອນຫຼວງເປັນເຂດທີໜຶ່ງ. ສ່ວນກົດໝາຍໃດທີ່ບໍ່ສອດຄ່ອງ ກໍຄ່ອຍໆປັບປຸງໄປຕາມໄລຍະເວລາຂອງມັນ; ດັ່ງນັ້ນ, ຈຶ່ງສະເໜີພິຈາລະນາດ້ວຍ.
ໝວດທີ IX ອົງການປົກຄອງທ້ອງຖິ່ນ: ສປປລາວ ແບ່ງການປົກຄອງທ້ອງຖິ່ນອອກເປັນ 3 ຂັ້ນຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ ນັ້ນແມ່ນເຫັນດີ; ແຕ່ສະເໜີໃຫ້ເອົາຊື່ຂອງນະຄອນຫຼວງໃສ່ນຳ, ອາດຈະເອົາຕື່ມໃສ່ທາງໜ້າຂອງແຂວງ ແລ້ວຂີດຕໍ່ ຫຼື ຈຸດ ຈະເໝາະສົມບໍ່? ຕົວຢ່າງ: ຂັ້ນນະຄອນຫຼວງ-ແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ.
ໃນລັດຖະທຳມະນູນ ສັງເກດເຫັນວ່າບໍ່ຄ່ອຍມີຊື່ນະຄອນຫຼວງ ນອກຈາກມາດຕາ 119 ທີ່ກຳນົດວ່າ ນະຄອນຫຼວງຂອງ ສປປລາວ ແມ່ນ ນະຄອນຫຼວງວຽງຈັນ.