ສສຊ ຊຽງຂວາງ ສະເໜີໃຫ້ຈໍາກັດໂກຕານໍາເຂົ້າພາຫະນະຟຸມເຟືອຍ ຫຼື ເພີ່ມພາສີສູງຂຶ້ນ

​ພ.ຈ. 11, 2025

(ສພຊ) – ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 10 ພະຈິກຜ່ານມາ, ທ່ານ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ໂດຍສະເພາະການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານຂອງລັດຖະບານ ທີ່ໄດ້ບຸກບືນຂັບເຄື່ອນການພັດທະນາແຕ່ລະດ້ານໃນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕັ້ງໜ້າໃນຕະຫຼອດໄລຍະ 5 ປີ ຜ່ານມາ.

ລັດຖະບານໄດ້ຕັ້ງເປົ້າໝາຍການຂະຫຍາຍຕົວຂອງ GDP, ແຕ່ພາຍຫຼັງການຈັດຕັ້ງປະຕິບັດ ຍັງບໍ່ສາມາດບັນບໍ່ບັນລຸ; ສະນັ້ນ, ຂໍສັງເກດຕີລາຄາຄືນຄືແນວນີ້: GDP ແມ່ນຜົນບວກຂອງຫຼາຍປັດໄຈ ເຊິ່ງການຄິດໄລ GDP= c + I + Gs + (export – import) ໝາຍຄວາມວ່າ: ມູນຄ່າການໃຊ້ຈ່າຍຄົວເຮືອນ + ການລົງທຶນຂອງລັດຖະບານ + ການລົງທຶນຂອງພາກເອກະຊົນ + (ການສົ່ງອອກ-ນໍາເຂົ້າ) ໃນນັ້ນ, ຜົນບວກທີ່ສໍາຄັນແມ່ນການສົ່ງອອກ ແລະ ນໍາເຂົ້າ (ດຸນການຄ້າ), ຖ້າຫາກການນໍາເຂົ້າຫຼາຍກວ່າສົ່ງອອກ ຈະເປັນຜົນກະທົບໂດຍກົງຕໍ່ GDP ບໍ່ບັນລຸຕາມແຜນການທີ່ຕັ້ງໄວ້, ເມື່ອເບິ່ງການນໍາເຂົ້າທີ່ມີຕົວເລກສູງ ແມ່ນການນໍາເຂົ້າພາຫະນະ. ຜ່ານມາລັດຖະບານໄດ້ເອົາໃຈໃສ່ສົ່ງເສີມການຜະລິດພາຍໃນ ໂດຍສະເພາະແມ່ນການຜະລິດກະສິກໍາ, ສົ່ງເສີມການທ່ອງທ່ຽວ; ແຕ່ຂະນະດຽວກັນ ພວກເຮົາກໍອະນຸຍາດນໍາເຂົ້າພາຫະນະຟຸມເຟືອຍ. ດັ່ງນັ້ນ, ສະເໜີໃຫ້ຈຳກັດໂກຕານໍາເຂົ້າ ຫຼື ເພີ່ມພາສີນໍາເຂົ້າໃຫ້ສູງຂຶ້ນ ຄືກັບບົດຮຽນຕ່າງປະເທດ. ຄຽງຄູ່ກັນນັ້ນ, ການຫັນໃຫ້ປະຊາຊົນມານໍາໃຊ້ລົດໄຟຟ້າ ແລະ ລະບົບຂົນສົ່ງສາທາລະນະ ຈໍາເປັນທີ່ສຸດສໍາລັບຕົວເມືອງໃຫຍ່ໆ; ປະເທດທີ່ພັດທະນາແລ້ວ ແລະ ກໍາລັງພັດທະນາ ເຂົາກໍໃຊ້ພາຫະນະສາທາລະນະເປັນປັດໄຈແກ້ໄຂ ແລະ ອໍານວຍຄວາມສະດວກ.

ພ້ອມດຽວກັນນັ້ນ, ຕໍ່ກັບພາຫະນະ ຫຼື ອຸປະກອນການຜະລິດ ແລະ ສິນຄ້າອຸປະໂພກທີ່ຕະຫຼາດພາຍໃນນິຍົມຫຼາຍ ທີ່ພາຍໃນເຮົາຜະລິດບໍ່ໄດ້ ແລະ ຕ້ອງໄດ້ນໍາເຂົ້າຫຼາຍ. ຕໍ່ບັນຫາດັ່ງກ່າວ ຍັງມີບັນຫາຕໍ່ອັດຕາແລກປ່ຽນພາຍໃນປະເທດ; ສະນັ້ນ, ສະເໜີໃຫ້ພິຈາລະນາດຶງດູດເອົາການລົງທຶນໃນຂະແໜງການ ຫຼື ປະເພດສິນຄ້າທີ່ປະຊາຊົນນິຍົມຫຼາຍ ມາຜະລິດຢູ່ພາຍໃນຈະເປັນການດີ, ພາຫະນະທີ່ຈໍາເປັນ ກໍດຶງດູດມາຜະລິດຢູ່ພາຍໃນ ເຊິ່ງຈະເປັນການຊຸກຍູ້ GDP ຂະ ຫຍາຍຕົວ ແລະ ສາມາດຄຸ້ມຄອງອັດຕາແລກປ່ຽນ ແລະ ຄຸ້ມຄອງລາຄາສິນຄ້າໄດ້.