(ສພຊ) – ວັນທີ 21 ມິຖຸນາຜ່ານມາ, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈຳນວນໜຶ່ງຈາກ 18 ເຂດເລືອກຕັ້ງ ທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຫັນເປັນທັນສະໄໝຂອງກະຊວງການເງິນ ໂດຍການຕ້ອນຮັບຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງກະຊວງ; ທັງນີ້, ກໍເພື່ອຕິດຕາມຄວາມຄືບໜ້າ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການເງິນ ໂດຍສະເພາະການຫັນເປັນທັນສະໄໝຂອງຂະແໜງພາສີ ແລະ ສ່ວຍສາອາກອນ.
ວຽກງານຫັນເປັນທັນສະໄໝຂອງຂະແໜງພາສີ ໄດ້ພັດທະນາລະບົບ Smart Customs ເພື່ອເປັນສູນກາງໃນການຄຸ້ມຄອງລະບົບຕ່າງໆຂອງວຽກງານພາສີທີ່ລວມສູນຂໍ້ມູນ ແລະ ລວມສູນຢູ່ຈຸດດຽວ ເຊິ່ງປັດຈຸບັນ ໄດ້ນໍາໃຊ້ລະບົບທັນສະໄໝເກືອບ 20 ລະບົບ ເຂົ້າໃນວຽກວິຊາສະເພາະ ໂດຍມີສູນບັນຊາການຄຸ້ມຄອງວຽກງານພາສີທັນສະໄໝ ທີ່ຄວບຄຸມຢູ່ກົມພາສີ ສາມາດນໍາໃຊ້ເຂົ້າໃນວຽກງານກວດກາ, ກວດການ ເປັນສູນທີ່ເຝົ້າລະວັງຊ່ວຍເຈົ້າໜ້າທີ່ພາສີ, ເປັນເຄື່ອງມືອັນສຳຄັນໃນການກວດກາ, ລາຍງານຂໍ້ມູນແບບ Real time; ນອກນີ້, ຂະແໜງພາສີໄດ້ນໍາໃຊ້ລະບົບການຊໍາລະຄ່າທຳນຽມ-ຄ່າບໍລິການ, ການຊໍາລະພາສີ-ອາກອນ ແລະ ພັນທະອື່ນ ຜ່ານລະບົບຂອງບັນດາທະນາຄານທີ່ເປັນສະມາຊິກ LAPNet ເຂົ້າບັນຊີລວມສູນຢູ່ທະນາຄານແຫ່ງ ສປປລາວ ຫັນໄປສູ່ລະບົບທັນສະໄໝແບບເຕັມຕົວ ແລະ ກ້າວໄປສູ່ລະບົບ Smart Customs.
ສຳລັບວຽກງານການຫັນເປັນທັນສະໄໝຂອງແໜງສ່ວຍສາອາກອນໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໂດຍສະເພາະການເກັບລາຍຮັບຜ່ານລະບົບ TaxRIS ເຊິ່ງເປັນລະບົບທີ່ມີຄວາມສະດວກ, ວ່ອງໄວ ໃຫ້ແກ່ຜູ້ປະກອບການໃນການແຈ້ງ ແລະ ມອບພັນທະອາກອນດ້ວຍຕົນເອງ; ລະບົບຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ TaxRIS ເປັນເຄື່ອງມືໃນການຄຸ້ມຄອງຕິດຕາມ, ປັດຈຸບັນໄດ້ນໍາໃຊ້ຢູ່ນະຄອນຫຼວງວຽງຈັນ ແລະ 17 ແຂວງ, 148 ເມືອງ ລວມທັງນະຄອນ ແລະ ເຂດເສດຖະກິດໃນຂອບເຂດທົວປະເທດ, ເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ປະກອບການໃນການມອບລາຍຮັບຂອງສ່ວຍສາອາກອນໃນຂອບເຂດທົ່ວປະເທດ ດ້ວຍຄວາມໂປ່ງໄສ, ຖືກຕ້ອງ, ຄົບຖ້ວນ ແລະ ກວດສອບໄດ້.
ໃນວັນດຽວກັນ, ບັນດາ ສສຊ ຈຳນວນໜຶ່ງ ນຳໂດຍທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ໄດ້ໄປຢ້ຽມຢາມແຂວງອຸດົມໄຊ ໂດຍການຕ້ອນຮັບຂອງທ່ານ ຄຳດີ ວົງລ້ອມ ປະທານຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 4 ເຊິ່ງໄດ້ນຳພາຄະນະໄປຢ້ຽມຢາມໂຄງການປູກຫົວດຸກເດືອ ຫຼື ຫົວຜຸກ ຢູ່ບ້ານຫ້ວຍຂຸມ ເມືອງໄຊ.
ແຂວງອຸດົມໄຊ ມີພູມສັນຖານເປັນແຂວງພູດອຍ, ມີສະພາບອາກາດທີ່ເໝາະສົມກັບການປູກຫົວຜຸກສາຍພັນລາວ-ຈົງຈິງຢາໂມ້ຢີ້ ຕາມການນຳເອົາດິນໄປວິໄຈຈາກວິຊາການຂອງບໍລິສັດ ດວງດາວສະຫວັນ ຈຳກັດຜູ້ດຽວ ເຊິ່ງເປັນແຂວງທຳອິດໃນ ສປປລາວ ທີ່ບໍລິສັດລົງມືຈັດຕັ້ງປະຕິບັດປູກທົດລອງ, ຖ້າຫາກຜົນຜະລິດໄດ້ຮັບປະສິດທິຜົນຕາມການວິໄຈ ແລະ ປະເມີນເບື້ອງຕົ້ນ 6 ໂຕນຕໍ່ 1 ເຮັກຕາ, ທາງບໍລິສັດມີແຜນຈະຂະຫຍາຍ ແລະ ສົ່ງເສີມປະຊາຊົນປູກຫຼາຍຂຶ້ນ.