ວັນທີ 3 -–7 ມີນາ 2024 ນີ້, ນໍາໂດຍທ່ານ ສົມສັກ ດອນຈານິດ, ທ່ານ ວຽງສອນ ພົມມະສອນ ແລະ ທ່ານໄຊຊະນະ ຈິດໝັ້ນຄົງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຮ້ຽມ ພ້ອມດ້ວຍທີມງານ ລົງພົບປະ ປະຊາຊົນ ແລະ ເຜີຍແຜ່ ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງຫົວພັນ ຊຸດທີ II ເປັນຕົ້ນແມ່ນບັນດາມະຕິຕ່າງໆ ທີ່ກອງປະຊຸມໄດ້ຮັບຮອງເອົານັ້ນ ໃຫ້ຜູ້ມີ ສິດເລືອກຕັ້ງໄດ້ຮັບຮູ້, ເຂົ້າໃຈ ຕໍ່ເນື້ອໃນຜົນສໍາເລັດດັ່ງກ່າວ ເຊີ່ງເຄື່ອນໄຫວໄດ້ທັງໝົດ 4ຈຸດ 4ບ້ານ ຄື: ບ້ານຖໍາ້ລາໃຕ້, ບ້ານຖໍ້າລາເໜືອ, ບ້ານນາກູດ ແລະ ບ້ານພູວຽງ ມີພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມທັງໝົດ 400 ຄົນ ຍິງ 140 ຄົນ.

ໂອກາດການເຄື່ອນໄຫວໃນຄັ້ງນີ້ ທາງຄະນະຍັງໄດ້ນໍາເອົາເຄື່ອງນຸ່ງຫົ່ມ, ອຸປະກອນກິລາ ແລະ ອຸປະກອນການຮຽນ ລວມມູນຄ່າທັງໝົດ 4,800,000 ກີບ ( ສີ່ລ້ານແປດແສນກີບ ) ມອບໃຫ້ປະຊາຊົນຜູ້ທຸກຍາກ ແລະ ໂຮງຮຽນ ຢູ່ແຕ່ລະບ້ານອີກດ້ວຍ.

ພາບ ແລະ ຂ່າວ: ອາຄົມ ທຸມມາລາ