loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສສຂ ເມືອງຊ່ອນ ພົບປະປະຊາຊົນ

​ພ.ຈ. 10, 2023 | ເຂດ 8 ຫົວ​ພັນ

            ວັນທີ 23 – 27 ຕຸລາ 2023 ຜ່ານມານີ້ ນໍາໂດຍ ທ່ານ ວີເຕັ່ງ ຈື່ໄມເຕັ່ງ ພ້ອມດ້ວຍຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຊ່ອນ ພ້ອມດ້ວຍພະນັກງານວິຊາການ ລົງເຄື່ອນໄຫວເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຜົນສຳເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງຫົວພັນຊຸດທີ II ຢູ່ເມືອງຊ່ອນ ກວມເອົາ 4 ບ້ານ 4 ຈຸດຄື: ຈຸດບ້ານ ນ້ຳງ້າວ,      ບ້ານນາຫມໍ້, ບ້ານຊ່ອນໃຕ້ ແລະ ບ້ານໂງ່ນ ມີຜູ້ເຂົ້າຮ່ວມທັງໝົດ 230 ຄົນ, ຍິງ 98 ຄົນ ໂອກາດນີ້ທາງຄະນະທີມງານຍັງໄດ້ນຳເອົາເຄື່ອງກິລາມອບໃຫ້ສະຫະພັນແມ່ຍິງບ້ານ ທາດ ແລະແມ່ຍິງບ້ານຊ່ອນໃຕ້ລວມມູນຄ່າ1.8 00.000 ກີບ(ຫນຶ່ງລ້ານແປດແສນກີບ).
ພາບ ແລະ ຂ່າວ: ທອງສີ ຜູ້ຊ່ວຍວຽກ ສສຂ ມ.ຊ່ອນ