
ລະຫວ່າງວັນທີ 19-21 ກັນຍາ 2022, ທ່ານ ນ. ວັນສີ ພວງມະໄລ ຄະນະປະຈໍາ ສພຂ, ເລຂາທິການ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼາ, ແຂວງອຸດົມໄຊ ແລະ ທ່ານ ຈືວ່າ ຊາວເຊັງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼາ ໄດ້ລົງເຄື່ອນໄຫວພົບປະ ພໍ່-ແມ່ປະຊາຊາຊົນ ຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ ເມືອງຫຼາ, ແຂວງອຸດົມໄຊ ປະກອບມີ 6 ບ້ານຄື: ບ້ານຫົວແກ້ງ, ບ້ານຫ້ວຍຈາຍ, ບ້ານຫ້ວຍແພ, ບ້ານຫາດນິກ, ບ້ານຫາດແອ່ນ ແລະ ບ້ານປາກກໍ ມີພົນລະເມືອງເຂົ້າຮ່ວມຮັບຟັງທັງໝົດ 502 ຄົນ, 225 ຄົນ.

ຈຸດປະສົ່ງຂອງການລົງເຄື່ອນໄຫວໃນຄັ້ງນີ້ ເພື່ອປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໃນນາມທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ພ້ອມທັງພົບປະ, ໂອ້ລົມ ແລະ ຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີຂອງ ພໍ່-ແມ່ປະຊາຊາຊົນ ຜູ້ມີສິດເລືອກຕັ້ງ. ເອກະສານທີ່ໄດ້ເຜີຍແຜ່ໃນຄັ້ງນີ້ ປະກອບມີ ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ເພື່ອສະເໜີໃຫ້ປະຊາຊົນຮັບຮູ້ ແລະ ມີຄວາມເຂົ້າໃຈບັນຫາສໍາຄັນຕ່າງໆ.


ພ້ອມນັ້ນ, ຍັງໄດ້ຮັບຟັງຄໍາຄິດເຫັນ ແລະ ຄຳສະເໜີ ຂອງປະຊາຊົນ ທີ່ມີຕໍ່ສະມາຊິກສະມາຊິກ ສະພາປະຊາຊົນແຂວງ ເປັນຕົ້ນການພັດທະນາພື້ນຖານໂຄງລາງ ແລະ ບັນຫາອື່ນໆ ຕໍ່ກັບຄໍາຄິດເຫັນດັ່ງກ່າວ ສສຂ ໄດ້ອະທິບາຍ, ຊີ້ແຈງກັບທີ່ແລ້ວ ແລະ ບາງບັນຫາຈະໄດ້ ສັງລວມ ລາຍງານຕໍ່ ຄະນະປະຈຳສະພາປະຊາຊົນແຂວງ ຄົ້ນຄວ້າປຶກສາຫາລື ແລະ ມອບໃຫ້ຄະນະກໍາມະການ ສະເໜີຕໍ່ພາກ ສ່ວນກ່ຽວຂ້ອງຄົ້ນຄ້ວາພິຈາລະນາ ແລະ ແກ້ໄຂ ຕາມພາລະບົດບາດ.
