
ວັນທີ 4 ກັນຍາ 2022, ທ່ານ ສີພອນ ອິນຕະວົງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງຫຼາ, ແຂວງອຸດົມໄຊ ໄດ້ລະດົມເຄື່ອງ ຈາກບໍລິສັດ ຂາຍລົດລາກແກ ຂອງ ທ່ານ ອາຈຸງ ເພື່ອມອບໃຫ້ກອງກໍາລັງທະຫານ ທີ່ລົງປະຈໍາ(ຫຼັກ17) ຊ່ວຍວຽກປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ທີ່ເມືອງຫຼາ, ແຂວງອຸດົມໄຊ.

ເຄື່ອງທີ່ໄດ້ມອບໃນຄັ້ງນີ້ປະກອບມີ ນໍ້າດື່ມ, ໝີ່, ປາກະປ໋ອງ, ເກືອ-ແປ້ງນົວ ແລະ ຖົງມື ລວມເປັນມູນຄ່າທັງໝົດ 2.098.000 ກີບ.

ພາບ/ຂ່າວ: ສພຂ