ສສຂ ອັດຕະປື ພົບປະ​ ປະຊາຊົນ ຢູ່ບ້ານ ສົມບູນ.​

ກ.ຍ. 19, 2025

ໃນວັນທີ 18 ກັນຍາ 2025. ສະມາຊິກສະພາປະຊາຊົນແຂວງ (ສສຂ) ​ເຂດເລືອກຕັ້ງເມືອງພູວົງ  ນໍາໂດຍ: ທ່ານ​ ຄໍາໃບ ແກ້ວມະນີ ຮອງເລຂາພັກເມືອງ, ຫົວໜ້າຄະນະ ສສຂ ເຂດເລືອກຕັ້ງເມືອງພູວົງ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະ​ຢ້ຽມຢາມ ປະຊາຊົນຜູ້ມີສິດເລືອກຕັ້ງ ຢູ່ບ້ານສົມບູນ ເມືອງພູວົງ,​ ເຂົ້າຮ່ວມມີຕາງໜ້າກອງປະຕິບັດງານ 219,​ ອໍານາດການປົກຄອງບ້ານ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງພາຍໃນບ້ານເຂົ້າຮ່ວມ​ 65 ຄົນ,​ຍິງ 34 ຄົນ. ໂອກາດນີ້ ຕາງໜ້າອໍານາດການປົກຄອງບ້ານໄດ້ລາຍງານສະພາບລວມ ແລະ ການຊີ້ນໍາ-ນໍາພາຂອງຄະນະພັກ, ອໍານາດການປົກຄອງບ້ານ ເຊິ່ງບ້ານສົມບູນເປັນຮາກຖານພັກ 1, ມີ 3 ໜ່ວຍພັກທີ່ຂຶ້ນກັບຄື: ໜ່ວຍພັກຄຸ້ມຫ້ວຍແກ້ວ, ໜ່ວຍພັກຄຸ້ມອີຕຸມ ແລະ ໜ່ວຍພັກຄຸ້ມກາງ ມີສະມາຊິກພັກທັງໝົດ 34 ສະຫາຍ, ຍິງ 5 ສະຫາຍ,  ມີປະຊາກອນທັງໝົດ 1,598 ຄົນ, ຍິງ 814 ຄົນ, ມີ 501 ຄອບຄົວ, ຕະຫຼອດໄລຍະຜ່ານມາ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ສ້າງສູນຮຽນຮູ້ດ້ານໂພສະນາການ, ສ້າງຂະບວນການປູກຕົ້ນໄມ້, ອອກແຮງງານລວມ ເພື່ອຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆຂອງພັກຂອງຊາດ,​ເຕົ້າລວມ ເຊື່ອມຊືມ ກົດລະບຽບບ້ານ ແລະ ເອກະສານອື່ນໆຈາກຂັ້ນເທິງ ເຜີຍແຜ່ໃຫ້ປະຊາຊົນ ຢ່າງທົ່ວເຖິງ ພ້ອມທັງໄດ້ ສະເໜີບັນຫາທີ່ມີຄວາມສົນໃຈ ແລະ ປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານ ​ ຜ່ານສະມາຊິກສະພາປະຊາຊົນແຂວງ ເປັນຕົ້ນ: ສະເໜີຄົ້ນຄວ້າ, ຂັ້ນຕອນ ແລະ ວີທີການແກ້ໄຂບັນຫາ ປະລະການຮຽນຂອງເດັກໃນເກນ ໃຫ້ໄດ້ເຂົ້າຮໍ່າຮຽນ, ບັນຫານັກສືກສາທີ່ຈົບມາບໍ່ໄດ້ເຂົ້າເຮັດວຽກນໍາສັງກັດລັດ ແລະ ອາສາສະໜັກໃຫ້ໄດ້ເຂົ້າລັດຖະກອນ, ບັນຫາການລັກລອບ ຂຸດຄົ້ນຄໍາຕົກຂ້ອນ ແລະ ອື່ນໆ. ຈາກນັ້ນ, ສສຂ​ ໄດ້ຍົກເອົາບາງເນື້ອໃນຂອງຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ​ ແລະ ສະພາປະຊາຊົນແຂວງ​, ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານສືກສາ, ສາທາ, ໂຄງການພັດທະນາໃນເຂດບ້ານດ້ານພື້ນຖານໂຄງລ່າງ, ​ ພ້ອມທັງໄດ້ມີຄໍາເຫັນໂອ້ລົມໃຫ້ອຳນາດການປົກຄອງບ້ານ ແລະ ປະຊາຊົນ ສືບຕໍ່ຍຶດໝັ້ນຕໍ່ການນຳພາຂອງພັກ-ລັດ, ຮັກສາມູນເຊື້ອອັນດີງາມ ເພີ່ມທະວີສ້າງເສດຖະກິດຄອບຄົວ ປູກຝັງ, ລ່ຽງສັດ ກຸ້ມຕົນເອງ ເປັນເຈົ້າຕົນເອງ​,​  ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດເຕົ້າໂຮມຄວາມສາມັກຄີປ່ອງດອງ​ຢ່າງແໜ້ນໜາ,​ ລະດົມຊຸກຍູ້ ເດັກນ້ອຍໃນເກນໄວໃຫ້ໄດ້ເຂົ້າຮໍ່າຮຽນຢ່າງເປັນຂະບວນການພົດຟື້ນ, ຕ້ານ​ ແລະ​ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆຢ່າງເປັນເຈົ້າການໃຫ້ມີຄວາມສະເຫງົບປອດໄພ, ສ່ວນຄໍາສະເໜີຂອງອໍານາດການປົກຄອງບ້ານ ແລະ ປະຊາຊົນ ສສຂ ໄດ້ອະທິບາຍ ແລະ ຊີ້ແຈງ ບາງບັນຫາຈະນໍາໄປຄົ້ນຄວ້າພິຈະລະນາປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຫາວີທີທາງແກ້ໄຂ.  (ວິນັດ ສີສຸລາດ)