
ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະມາຊິກສະພາປະຊາຊົນແຂວງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ, ແຜນການເຄື່ອນໄຫວລົງຜັນຂະຫຍາຍ ຜົນສຳເລັດກອງປະຊຸມສະໄໝສາ ມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ເພື່ອເປັນການໂຄສະນາເຜີຍແຜ່ເນື້ອໃນສໍາຄັນຕ່າງໆ ທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສພຂ ຊຸດທີ II, ວັນທີ 5 ກຸມພາ 2024 ທ່ານ ສົມຈັນ ເທບພາລີ ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າຄະນະສະມາຊິກສະປະຊາຊົນແຂວງ ປະຈໍາເຂດເລືອກເມືອງໄຊ ພ້ອມດ້ວຍຄະນະ ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຊົນແຂວງ ຊຸດທີ II. ການລົງເຜີຍແຜ່ໃນຄັ້ງນີ້ ແມ່ນເຂດກຸ່ມບ້ານຫົວນໍ້າງາ ແລະ ມີບັນດາບ້ານຄື: ບ້ານມົກກົກ, ບ້ານນາຊາຍທອງ, ບ້ານພູສະຫວັນ, ບ້ານປຸງລຽນ, ບ້ານປຸງຫວີງ, ບ້ານຢ້າວໃຫຍ່, ບ້ານລາວ ວ້າ, ບ້ານຫຼັກ 44 ແລະ ບ້ານທ້ຽວ.




ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ ອົງການປົກຄອງບ້ານ ຕໍ່ກັບການຈັດຕັ້ງປະຕິບັດໜ້າທີ່ຕາມການມອບໝາຍ, ໄດ້ພ້ອມກັນສຸມໃສ່ເຫື່ອແຮງປະກອບສ່ວນເຂົ້າໃນການພັດທະນາບ້ານ, ພັດທະນາທ້ອງຖິ່ນຂອງຕົນ ເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນພາຍໃນບ້ານມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ; ພ້ອມດຽວກັນນັ້ນ, ທ່ານ ຍັງໄດ້ອະທິບາຍບາງບັນຫາທີ່ປະຊາຊົນສະເໜີ ແລະ ອີກຈໍານວນໜຶ່ງຈະໄດ້ສັງລວມເພື່ອຄົ້ນຄວ້າ ແລ້ວນໍາສົ່ງຕໍ່ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ. ໃນຕອນທ້າຍພິທີ ຫົວໜ້າຄະນະທິມງານ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ອົງການປົກຄອງບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີໃຫ້ເປັນຈິດໜຶ່ງໃຈດຽວ, ພ້ອມກັນຕ້ານບັນຫາປະກົດການຫຍໍ້ທໍ້ຕ່າງໆ, ການເຝົ້າລະວັງການລະບາດຂອງພະຍາດຕາມລະດູການ, ເສີມຂະຫຍາຍຮີດຄອງປະເພນີອັນດີງາມ, ສ້າງເສດຖະ ກິດໃນຄອບຄົວຂອງຕົນໃຫ້ເຂັ້ມແຂງ, ການປູກ-ການລ້ຽງໃຫ້ເປັນສິນຄ້າ ເພື່ອເຮັດໃຫ້ຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນໄປເລື້ອຍໆ. ການເຄື່ອນໄຫວເຜີຍແຜ່ໃນຄັ້ງນີ້ ຈະດໍາເນີນຮອດ ວັນທີ 9 ກຸມພາ 2024.

ຂ່າວ: ສະພາປະຊາຊົນແຂວງ.