ໃນລະຫວ່າງ ວັນທີ 30 ມັງກອນ ຫາ ວັນທີ 2 ກຸມພາ 2024 ຜ່ານມານີ້, ທ່ານ ເພັດໄຊ ວິໄລທອງ ແລະ ທ່ານ ຄຳຟອງ ກົ້ວມີໄຊ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ ເມືອງຊຳໃຕ້ ພ້ອມດ້ວຍທີມງານ ລົງພົບປະ ປະຊາຊົນ ຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ ຜົນສຳເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງຫົວພັນ ຊຸດທີ II ຢູ່ 6 ຈຸດ, ມີ 6 ບ້ານ ຄື: ບ້ານນ້ຳບົງ, ປ່າຂົມ, ສັນກາງ, ວືນ, ເມືອງກຽນ ແລະ ບ້ານ ນາແລ ເມືອງຊຳໃຕ້ ແຂວງຫົວພັນ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 402 ທ່ານ ຍິງ 171 ທ່ານ. 

ການລົງເຄື່ອນໄຫວຄັ້ງນີ້, ທ່ານ ສສຂ ຍັງໄດ້ນຳເອົາເນື້ອໃນ ຜົນສຳເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ສະພາປະຊາຊົນແຂວງ ທີ່ໄດ້ຮັບຮອງໄປແລ້ວນັ້ນ ເພື່ອໃຫ້ ພໍ່ແມ່ປະຊາຊົນ ຜູ້ມີສິດເລືອກຕັ້ງ ໄດ້ຮັບຮູ້ , ເຂົ້າໃຈ ຕໍ່ແນວທາງນະໂຍບາຍ ຂອງພັກ ແລະ ລະບຽບກົດໝາຍ ຂອງລັດ ແລະ ແຜນພັດທະນາເສດຖະກິດ – ສັງຄົມ ຂອງແຂວງ.

ການລົງເຄື່ອນໄຫວຄັ້ງນີ້ ບັນດາທ່ານຍັງໄດ້ເນັ້ນໜັກໃຫ້ອົງການປົກຄອງບ້ານແຕ່ລະບ້ານ ເພີ່ມທະວີ ການເຕົ້າໂຮມຄວາມສາມັກຄີ, ການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ແລະ ການໃຫ້ທິດທາງໃນການຈັດຕັ້ງປະຕິບັດ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນ. ໂອກາດດຽວກັນນີ້ ຍັງໄດ້ນຳເອົາ ເຄື່ອງຈຳນວນໜຶ່ງ ໃຫ້ຄອບຄົວທຸກຍາກ ແລະ ເຄື່ອງໃຊ້ໃຫ້ອຳນາດການປົກຄອງບ້ານ ປັນຕົ້ນແມ່ນ ແຟ້ມ, ບິກ, ປຶ້ມຂຽນ ແລະ ເຄື່ອງນຸ່ງຫົ່ມ ລວມມູນຄ່າທັງໝົດ 3.500.000 ກີບ.
