ສພຊ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ແລະ ປະກາດແຕ່ງຕັ້ງຕໍາແໜ່ງບໍລິຫານຈຳນວນໜຶ່ງ

​ກ.ກ. 25, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ຕອນບ່າຍວັນທີ 23 ກໍລະກົດຜ່ານມາ, ສະພາແຫ່ງຊາດ (ສພຊ) ໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ໂດຍການເປັນປະທານຂອງສະຫາຍ ປອ. ນາງ ສູນທອນ ໄຊຍະຈັັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ; ມີບັນດາສະຫາຍໃນຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ເລຂາ ແລະ ຮອງເລຂາບັນດາຮາກຖານພັກ ພ້ອມດ້ວຍສະມາຊິກພັກທົ່ວ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ຄະນະປະຈຳພັກສະພາແຫ່ງຊາດ ໄດ້ເຜີຍແຜ່ເນື້ອໃນຂອງມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ໂດຍຫຍໍ້ ເຊິ່ງສະຫາຍໄດ້ລາຍງານຕໍ່ກອງປະຊຸມກ່ຽວກັບຜົນສຳເລັດຂອງການດຳເນີນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ໂດຍເນັ້ນໜັກເນື້ອໃນສຳຄັນທີ່ກອງປະຊຸມໄດ້ຮັບຮອງເອົາ ເປັນຕົ້ນ: ການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາຂອງລັດ ໃນ 6 ເດືອນຕົ້ນປີ ແລະ ວາງ ແຜນການ 6 ເດືອນທ້າຍປີ 2025 ໂດຍມີ 12 ວຽກຈຸດສຸມ; ການຄົ້ນຄວ້າ ແລະ ປັບປຸງເອກະສານທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງ ທີ XII ຈຳນວນ 5 ສະບັບ; ຜົນການດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ, ຮາກຖານພັກອ້ອມຂ້າງກະຊວງ-ອົງການ, ນະຄອນຫຼວງ ແລະ ແຂວງ, ຄາດຄະເນແຜນການດຳເນີນກອງປະຊຸມໃຫຍ່ຂອງກະຊວງ-ອົງການ, ນະຄອນຫຼວງ ແລະ ແຂວງ; ການວາງຈຸດສຸມແຕ່ນີ້ຮອດກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງສູນກາງພັກ ໂດຍປະກອບມີ 7 ໜ້າວຽກຈຸດສຸມ ເພື່ອກ້າວໄປສູ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026.
ກອງປະຊຸມຍັງໄດ້ຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຕໍາແໜ່ງບໍລິຫານຂັ້ນຫົວໜ້າ ແລະ ຮອງຫົວໜ້າກົມ ຈຳນວນ 3 ສະຫາຍ ຍິງ 1 ສະຫາຍ, ຂໍ້ຕົກລົງຂອງຄະນະເລຂາທິການສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຕຳແໜ່ງບໍລິຫານຂັ້ນຮອງຫົວໜ້າພະແນກ ຈຳນວນ 3 ສະຫາຍ ຍິງ 1 ສະຫາຍ.
ໂອກາດນີ້, ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີບາງຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໜັກບາງບັນຫາຄື:
1. ໃນເງື່ອນໄຂທີ່ສະພາບການພາກພື້ນ ແລະ ສາກົນ ມີຄວາມສັບສົນ, ຜັນແປຢ່າງວ່ອງ ໄວ, ມີຄວາມຈຳເປັນຕ້ອງໄດ້ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນທີ່ຢູ່ໃນກົງຈັກການຈັດຕັ້ງຂອງຕົນ ມີຄວາມອົດທົນ, ມີຫຼັກໝັ້ນການເມືອງໜັກແໜ້ນ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານ, ພ້ອມກັນສູ້ຊົນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກ, ເອົາໃຈໃສ່ແກ້ໄຂໃຫ້ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.
2. ໃນໄລຍະທີ່ສະພາແຫ່ງຊາດພວມມີການປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດ, ໂລ່ງລ່ຽນ ແລະ ມີປະສິດທິພາບ ເພື່ອຮອງຮັບແກ່ການເຄື່ອນໄຫວຂອງ ສພຊ ຊຸດທີ X ນັ້ນ, ພະນັກງານທຸກຄົນຕ້ອງເອົາໃຈໃສ່ປະຕິບັດກົດໝາຍ, ກົດລະບຽບຂອງລັດຖະກອນຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຮີບຮ້ອນແກ້ໄຂປາກົດການຫຍໍ້ທໍ້ຕ່າງໆຢ່າງທັນການ.
3. ເອົາໃຈໃສ່ເຊື່ອມຊຶມກຳແໜ້ນເນື້ອໃນຂອງມະຕິຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ ໂດຍນໍາເອົາເນື້ອໃນຈິດໃຈດັ່ງກ່າວ ສືບຕໍ່ຄົ້ນຄວ້າ, ວິເຄາະວິໄຈ, ໄຈ້ແຍກຢ່າງເລິກເຊິ່ງ ເພື່ອຈັດຕັ້ງຜັນຂະຫຍາຍເຂົ້າໃນການເຄື່ອນໄຫວວຽກງານຂອງຕົນໃນແຕ່ລະດ້ານ.
4. ທຸກພາກສ່ວນຈົ່ງສຸມເຫື່ອແຮງເຂົ້າໃສ່ການກະກຽມໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ X; ການແຕ່ງຕັ້ງຄະນະກໍາມະການລະດັບຊາດ, ບັນດາອະນຸກໍາມະການ, ໜ່ວຍງານຊ່ວຍວຽກ ໃຫ້ສໍາເລັດໃນເດືອນສິງຫານີ້ ທັງຈະຕ້ອງໄດ້ມີການຄັດເລືອກເປົ້າໝາຍຜູ້ສະໝັກ, ຈັດເຝິກອົບຮົມຜູ້ສະໝັກຮັບເລືອກຕັ້ງກ່ອນການເລືອກຕັ້ງ ດັ່ງເຄີຍປະຕິບັດໃນຊຸດຜ່ານມາ.
5. ການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກສະພາແຫ່ງຊາດ ໃນປີ 2026 ໜ້ານີ້, ຄະນະບໍລິຫານງານພັກ ໄດ້ສໍາເລັດການສ້າງແຜນການ, ການແຕ່ງຕັ້ງຄະນະຮັບຜິດຊອບແຕ່ລະຂົງເຂດວຽກງານ ຈຶ່ງສະເໜີໃຫ້ແຕ່ລະພາກສ່ວນເລີ່ມເຮັດວຽກງານຂອງຕົນແຕ່ຫົວທີ ໂດຍສະເພາະການກະກຽມດ້ານເນື້ອໃນ ໃຫ້ເອົາໃຈໃສ່ເກັບກໍາຂໍ້ມູນລະອຽດ, ບັນດາໜ່ວຍພັກຮາກຖານ, ຄະນະພັກຮາກຖານ ກໍໃຫ້ເອົາໃຈໃສ່ນໍາພາການສະຫຼຸບການເຄື່ອນໄຫວນໍາພາ-ຊີ້ນໍາຂອງຕົນ ເພື່ອສະໜອງຂໍ້ມູນໃຫ້ຄະນະຮັບຜິດຊອບເນື້ອໃນລວມ ເພື່ອເຮັດໃຫ້ຮ່າງ ລາຍງານການເມືອງ, ບົດສະຫຼຸບການນໍາພາລວມຂອງຄະນະພັກ ມີຄວາມສອດຄ່ອງກັບຕົວຈິງ.
6. ຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ປະກາດການແຕ່ງຕັ້ງຕໍາແໜ່ງບໍລິຫານຈໍານວນໜຶ່ງ ຫວັງວ່າບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຈະເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ວຽກງານມີຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ເປັນແບບຢ່າງເປັນກໍາລັງແຮງໃຫ້ແກ່ກົງຈັກຂອງຕົນ ໃນການປະຕິບັດວຽກງານທີ່ຖືກມອບໝາຍໃຫ້.

(ນາງ ໄຊໂສພາພອນ ມິ່ງມຸງຄຸນ)