ສພຊ ຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ

ມ.ຖ. 20, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ຕອນບ່າຍວັນທີ 20 ມີນານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ດຳເນີນເປັນເວລາ 4 ວັນ ເຊິ່ງໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິຂອງສະພາແຫ່ງຊາດ ຈໍານວນ 5 ສະບັບ ດັ່ງນີ້: 1) ມະຕິວ່າດ້ວຍການຮັບຮອງເອົາການປັບປຸງລັດຖະທໍາມະນູນສະບັບປີ 2025, 2) ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປັບປຸງປີ 2025, 3) ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍພະນັກງານ-ລັດຖະກອນສະບັບປັບປຸງປີ 2025, 4)ມະຕິວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ແລະ 5) ມະຕິວ່າດ້ວຍການຮັບຮອງເອົານະໂຍບາຍສົ່ງເສີມພິເສດສະເພາະໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບການພິຈາລະນາຕົກລົງຂອງສະພາແຫ່ງຊາດ ໃນການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ແລະ ການຍົກເວັ້ນອາກອນກໍາໄລໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ ດັ່ງນີ້:
ການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ມີຄື:
1. ໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ ແລະ ເອີ້ນຊື່ວ່າ: ກະຊວງການເງິນ;
2. ໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເອີ້ນຊື່ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ;
3. ໂຮມກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກຳ ແລະ ປ່າໄມ້ ແລະ ເອີ້ນຊື່ວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ;
4. ໂຮມກະຊວງພາຍໃນ ຂຶ້ນກັບ ຄະນະຈັດຕັ້ງສູນກາງພັກ, ເອົາວຽກຄຸ້ມຄອງລັດຖະກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆ ທີ່ສອດຄ່ອງກັບພາລະບົດບາດຂອງຄະນະຈັດຕັ້ງສູນກາງພັກ ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ; ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກດ້ານສາສະໜາ ແລະ ວຽກອື່ນໆ ພ້ອມທັງບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ແລະ ກະຊວງ-ອົງການ ທີ່ເຫັນວ່າມີຄວາມສອດຄ່ອງ;
5. ໂອນວຽກສື່ມວນຊົນ (ວຽກຖະແຫຼງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ແລະ ປ່ຽນຊື່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນວ່າ: ກະຊວງວັດທະນະທຳ ແລະ ທ່ອງທ່ຽວ.
ການຍົກເວັ້ນອາກອນກໍາໄລໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ ມີຄື:
ການຍົກເວັ້ນອາກອນກຳໄລ ໄລຍະເວລາ 30 ປີ ນັບແຕ່ມື້ອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານ ສໍາລັບຜູ້ທີ່ມາລົງທຶນພາຍໃນ 7 ປີທໍາອິດ ພາຍຫຼັງທີ່ດຳລັດວ່າດ້ວຍນິຄົມອຸດສາຫະກຳອຳມະຕະ ມີຜົນສັກສິດ ແລະ ລົງທຶນໃນຂະແໜງການສົ່ງເສີມພິເສດ 4 ກຸ່ມກິດຈະການ ຄື: 1) ອຸດສາຫະກຳປຸງແຕ່ງກະສິກຳ ທີ່ນໍາໃຊ້ວັດຖຸດິບພາຍໃນເປັນຕົ້ນຕໍ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ; 2) ອຸດສາຫະກຳຜະລິດອຸປະກອນຂອງພະລັງງານທົດແທນ ລວມທັງແຜງ, ຊິ້ນສ່ວນພະລັງງານແສງອາທິດ; 3) ອຸດສາຫະກຳຜະລິດລົດຍົນ ແລະ ອາໄຫຼ່; 4) ອຸດສາຫະກຳຜະລິດອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຍັງກ່າວຕື່ມອີກວ່າ: ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນດັ່ງກ່າວມາຂ້າງເທິງນັ້ນ, ໃນໄລຍະດຳເນີນກອງປະຊຸມ ມີປະຊາຊົນບັນດາເຜົ່າສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ມາຍັງກອງປະຊຸມສະພາແຫ່ງຊາດ ມີທັງໝົດ 282 ສາຍ, 134 ເລື່ອງ ເຊິ່ງພົວພັນເຖິງການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ, ການຊົດເຊີຍຜົນກະທົບຈາກໂຄງການພັດທະນາຕ່າງໆ; ຕໍ່ຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມານັ້ນ ສະພາແຫ່ງຊາດ, ກອງເລຂາກອງປະຊຸມ ຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ໃນການຄົ້ນຄວ້າພິຈາລະນາແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.