(ສພຊ) ວັນທີ 6 ທັນວາ 2021 ທີ່ຫ້ອງປະຊຸມຄະນະປະຈໍາສະພາແຫ່ງຊາດ ໄດ້ມີການຈັດກອງປະຊຸມຖອດຖອນບົດຮຽນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 1-17 ພະຈິກຜ່ານມາ, ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ຮ່ວມກັບຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ ໃນຂອບເຂດທົ່ວປະເທດ ແລະ ກອງເລຂານຸການກອງປະຊຸມສະໄໝສາມັນເທື່ອທີ 2 (ໃນຮູບແບບວິດີໂອທາງໄກ) ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ມີບັນດາຄະນະ ສສຊ ປະຈໍາເຂດເລືອກຕັ້ງໃນຂອບເຂດທົ່ວປະເທດ, ຮອງເລຂາທິການສະພາແຫ່ງຊາດ, ຕາງໜ້າຈາກບັນດາກໍາມາທິການຂອງສະພາແຫ່ງຊາດ ແລະ ແຊກທີ່ຖືກເຊີນເຂົ້າຮ່ວມ.

ທັງນີ້ ກໍເພື່ອເປັນການປຶກສາຫາລື ແລະ ບົດສະຫລຸບຕີລາຄາຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.
ກອງປະຊຸມໄດ້ຮັບຟັງ ການລາຍງານຮ່າງບົດສະຫລຸບຕີລາຄາຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຈາກທ່ານຮອງເລຂາທິການສະພາແຫ່ງຊາດ ແລະ ຈາກນັ້ນ, ບັນດາຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ ຕາມຄໍາເຈາະຈີ້ມຂອງປະທານກອງປະຊຸມໃສ່ຮ່າງບົດລາຍງານດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດເປັນບ່ອນອີງ.

(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)