ຕອນເຊົ້າ ວັນທີ 14 ພຶດສະພາ 2024 ນີ້, ສະພາປະຊາຊົນແຂວງຫົວພັນ ແລະ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫົວພັນ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານການຄຸ້ມຄອງວຽກງານຫໍສະໝຸດ ຢູ່ທີ່ ກອງວິຊາການ ວັດທະນະທຳ ແລະ ຫໍສະໝຸດ ພະແນກ ຖວທ ແຂວງຫົວພັນ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ສຸກມີໄຊ ສິງບຸນເຮືອງ ຮອງເລຂາທິການ ສະພາປະຊາຊົນແຂວງ ແລະ ທ່ານ ບຸນຕອງ ອິນທະປັນຍາ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍ ພະນັກງານ-ລັດຖະກອນ ທັງສອງພາກສ່ວນເຂົ້າຮ່ວມ.

ກອງປະຊຸມແລກປ່ຽນບົດຮຽນຄັ້ງນີ້, ທ່ານ ບຸນມີໄຊ ລັດທະບູນ ຫົວໜ້າກອງວິຊາການວັດທະນະທຳ ແລະ ຫໍສະໝຸດ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ໄດ້ລາຍງານສະພາບລວມໂດຍຫຍໍ້ ຂອງກອງວິຊາການ ວັດທະນະທຳ ແລະ ຫໍສະໝຸດ ເຊິ່ງເປັນກອງວິຊາການໜຶ່ງທີ່ມີພາລະບົດບາດໃນການສ້າງແຜນພັດທະນາວຽກງານຫໍສະໝຸດ, ຄຸ້ມຄອງ, ເກັບກຳຮິບໂຮມ ສື່ຄວາມຮູ້ ທີ່ເປັນສື່ສິ່ງພິມ ແລະ ການບໍລິການຂໍ້ມູນຂ່າວສານ ໃຫ້ແກ່ປວງຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນສັງຄົມ ໄດ້ສຶກສາຄົ້ນຄວ້າດ້ານປະຫວັດສາດ, ເສດຖະກິດ ແລະ ວັດທະນະທຳ, ສ້າງແຜນພັດທະນາສູນວັດທະນະທຳເດັກ ແລະ ພັດທະນາ ບຸກຄະລາກອນຂອງສູນ, ຄົ້ນຄວ້າສ້າງ ແລະ ປັບປຸງໂຄງການຫລັກສູດການຮຽນ-ການສອນ ແລະ ເຄື່ອນໄຫວ ສີລະປະວັນນະຄະດີ, ວັດທະນະທຳ ແລະ ກິດຈະກຳຕ່າງໆ ເພື່ອຮັບໃຊ້ງານສຳຄັນຢູ່ພາຍໃນແຂວງ ແລະ ຕ່າງປະເທດ,ຈັດຕັ້ງສອນສິລະປະກຳ,ສິລະປະການສະແດງ ໃຫ້ແກ່ເຍົາວະຊົນ ແລະ ມວນຊົນທົ່ວໄປ ທີ່ມີຄວາມສົນໃຈຢາກຮຽນຮູ້ ແລະ ອື່ນໆ.

ຈາກນັ້ນ, ວິຊາການຂອງກອງວິຊາການວັດທະນະທຳ ແລະ ຫໍສະໝຸດ ໄດ້ອະທິບາຍ, ແນະນຳ ວຽກງານຕົວຈິງ ໃຫ້ທາງສະພາປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມດຽວກັນນັ້ນ, ທັງສອງຝ່າຍ ກໍໄດ້ຖ່າຍທອດຄວາມຮູ້, ປະກອບຄຳຄິດຄຳເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນ ການສັງລວມ, ຂຶ້ນແຜນຈັດເລກໝວດໝູ່ປື້ມ,ຫົວເລື່ອງ, ເອກະສານ , ສິ່ງສື່ພິມຕ່າງໆຢ່າງລະອຽດແຕ່ລະປະເພດ, ຕິດສັນປຶ້ມ, ຕິດເລກໝວດໝູ່ ແລະ ຂຽນບັດລາຍການປຶ້ມ, ຂຶ້ນບັນຊີປື້ມ, ການສ້າງປື້ມ, ການຊອກຫາແຫຼ່ງປື້ມ, ການບຳລຸງຮັກສາ ແລະ ວຽກອື່ນໆ ຢ່າງເປັນຂະບວນການຟົດຟື້ນ. ທັງນີ້ ກໍເພື່ອນຳເອົາຄວາມຮູ້ຕົວຈິງທີ່ໄດ້ຮຽນຮູ້ ນຳມາປັບປຸງ, ພັດທະນາຫ້ອງສະໝຸດ ຂອງສະພາປະຊາຊົນ ແຂວງຫົວພັນ ໃຫ້ເປັນຮູບປະທຳໃນຕໍ່ໜ້າ ແລະ ດີຂຶ້ນ.

ພາບ ແລະ ຂ່າວ: ນັກຂ່າວ ສພຂ ຫົວພັນ.