







ຕອນບ່າຍວັນອັງຄານທີ 22 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມ(ສພຂ), ສະພາປະຊາຊົນແຂວງ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຕ່າງໆຂອງພັກ-ລັດ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງປະທານ ສພຂ, ບັນດາທ່ານໃນຄະນະປະຈຳ ສພຂ, ຄະນະເລຂາທິການ ສພຂ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.
ການເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຕ່າງໆຂອງພັກ-ລັດຄັ້ງນີ້ ປະກອບມີເອກະສານ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ກ່ຽວກັບບັນຫາຢາເສບຕິດ(ແບບຄໍາຖາມ-ຄໍາຕອບ); ເອກະສານເຜີຍແຜ່ກ່ຽວກັບ ກົດໝາຍຢາເສບຕິດ; ຄຳສັ່ງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 190/ຄລສພ, ລົງວັນທີ 29/09/2021 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ແລະ ເອກະສານສຳຄັນອື່ນໆ…
ການເຜີຍແຜ່ເຊື່ອມຊຶມເອກະສານ ປະທານໄດ້ຍົກໃຫ້ຮູ້ ແລະ ໃຫ້ເຂົ້າໃຈ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແມ່ນໂຄງການຈໍາເປັນຮີບດ່ວນລະດັບຊາດທີ່ລັດຖະບານກຳນົດອອກເພື່ອລະດົມກໍາລັງແຮງສັງລວມຂອງທົ່ວສັງຄົມ ເຂົ້າໃນການແກ້ໄຂບັນຫາດັ່ງກ່າວຢ່າງຕັ້ງຫນ້າ, ຈໍາກັດຄວາມສ່ຽງທີ່ຈະນໍາໄປສູ່ວິກິດການເສດຖະກິດຢ່າງຮ້າຍແຮງ, ທັງສ້າງບັນດາປັດໄຈອັນຈໍາເປັນໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ສາເຫດຂອງຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ໃນຊຸມປີຜ່ານມາ, ເສດຖະກິດຂອງ ສປປ ລາວ ໄດ້ປະເຊີນກັບສິ່ງທ້າທາຍຫຼາຍດ້ານ ເຊິ່ງໄດ້ຮັບຜົນກະທົບທັງຈາກປັດໄຈພາຍນອກ ແລະ ພາຍໃນ: ປັດໄຈພາຍນອກແມ່ນຜົນກະທົບຈາກສະພາບການແຂ່ງຂັນ ແລະ ກີດກັ້ນດ້ານການຄ້າ-ການລົງທຶນ, ການຜັນຜວນຂອງຕະຫຼາດທຶນໂລກ ແລະ ຄວາມບໍ່ສະຫງົບດ້ານການເມືອງຂອງບາງປະເທດ ເຊິ່ງສ້າງຜົນກະທົບຕໍ່ສະພາບເສດຖະກິດໃນຫຼາຍປະເທດລວມທັງ ສປປລາວ, ນອກຈາກນັ້ນ ການລະບາດຂອງເຊື້ອພະຍາດໂຄວິດ-19 ນັບແຕ່ປີ 2020 ແລະ ບັນຫາໄພພິບັດທໍາມະຊາດໃນແຕ່ລະປີ ຍິ່ງເພີ່ມທະວີສ້າງຜົນກະທົບຕໍ່ເສດຖະກິດພາຍໃນຂອງປະເທດເຮົາ; ສະນັ້ນ ຈຶ່ງເຮັດໃຫ້ອັດຕາການຂະຫຍາຍຕົວເສດຖະກິດມີທ່າອ່ຽງທີ່ຫຼຸດລົງໃນໄລຍະ 5 ປີຜ່ານມາ ແລະ ບັນຫາອື່ນໆ.
(
: ແສງພອນ ອິນນະລົງ).

